ອິນເຕີແນັດຂອງຫວຽດນາມຢືນອັນດັບທີ12ຢູ່ອາຊີກ່ຽວກັບລະດັບຄວາມໄວ

ອິນເຕີແນັດຂອງຫວຽດນາມຢືນອັນດັບທີ12ຢູ່ອາຊີກ່ຽວກັບລະດັບຄວາມໄວ - ảnh 1
(ພາບປະກອບ)

(vovworld) – Akamai Technologies, ບໍລິສັດບໍລິຫານ​ເຄືອ​ຂ່າຍ​ໜ່ວຍ​ແມ່​ໃຫຍ່​ໃນ​ທົ່ວ​ໂລກ ທີ​່ມີ​ສຳນັກງານ​ຢູ່​ລັດ Massachusetts, ອາ​ເມ​ລິ​ກາ ຫາ​ກໍ​ປະກາດ​ບົດ​ລາຍ​ງານ​ ​ໂດຍໃຫ້​ຮູ້​ວ່າ: ອິນ​ເຕີ​ແນັດ​ຂອງ ຫວຽດນາມ ມີ​ລະດັບ​ຄວາມ​ໄວປານ​ກາງ​ ຢືນ​ອັນ​ດັບ 12 ຢູ່ອາຊີ. ຕາມ​ບົດ​ລານ​ງານ​ນີ້, ປະ​ເທດ​ທີ່​ມີ​ອິນ​ເຕີ​ແນັດ​ບັນລຸ​ລະດັບ​ຄວາມ​ໄວສູງສຸດ ອາຊີ ​ແມ່ນ ສ.​ເກົາຫຼີ, ຖັດມາ​ແມ່ນ ຍີ່ປຸ່ນ ​ແລະ ​ຮົ່ງກົງ (ຈີນ), ​ໃນ​ຂະນະ​ນັ້ນ ອິນ​ເດຍ ມີລະດັບ​ຄວາມ​ໄວ​ຕ່ຳ​ສຸດ ​ເມື່ອ​ຢືນ​ອັນ​ດັບທີ 15. ບໍລະ​ສັດ​ດັ່ງ​ກ່າວ​ຮັບ​ຮູ້​ວ່າ ​ໃນ​ໄຕ​ມາດ 3 ປີ 2015, ລະດັບຄວາມ​ໄວ​ປານ​ກາງຂອງ ຫວຽດນາມ ​ແມ່ນ 3,4 Megabit/ວິນາທີ (Mbps), ສູງ​ກ່ວາ ອິນ​ເດຍ (2,5 Mbps).

        ນອກນັ້ນ, ສ.​ເກົາຫຼີ ຍັງ​ຢືນ​ອັນ​ດັບ​ທີ 1 ​​ໃນ​​ໂລກ​ກ່ຽວ​ກັບລະດັບ​ຄວາມ​ໄວຂອງ​ອິນ​ເຕີ​ແນັດ ​ໃນຂະນະ​ນັ້ນ ຫວຽດນາມ ຢືນ​ອັນ​ດັບ​ທີ 97 ​ແລະ ຈີນ ຢືນ​ອັນ​ດັບ​ທີ 91 ​ໃນ​ໂລກ.

ຂ່າວ/ບົດ​ອື່ນ