ອິນໂດເນເຊຍ ຊອກຮູ້ກາລະໂອກາດຮ່ວມມືແລກປ່ຽນນັກສຶກສາກັບບັນດາປະເທດ ອາຊຽນ

(VOVWORLD) -ໂຄງການດັ່ງກ່າວມຸ່ງໄປເຖິງເປົ້າໝາຍຍົກສູງຄຸນນະພາບການສຶກສາຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ກໍຄືຄວາມສາມາດຊຸກຍູ້ກຳລັງແກ່ງແຍ້ງທົ່ວໂລກໃນຂົງເຂດທະເລ ແລະ ອາຊີບປະມົງ.

ກະຊວງທະເລ ແລະ ອາຊີບປະມົງ ອິນໂດເນເຊຍ (KKP) ພວມຊອກຮູ້ການຮ່ວມມືແລກປ່ຽນນັກສຶກສາໃນຂົງເຂດທະເລ ແລະ ອາຊີບປະມົງກັບບັນດາປະເທດສະມາຊິກ ອາຊຽນ ເພື່ອແນໃສ່ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ. ຜ່ານອົງການແຫຼ່ງຊັບພະຍາກອນມະນຸດ, ຄົ້ນຄວ້າທະເລ ແລະ ສິນໃນນ້ຳ (BRSDM) ຂຶ້ນກັບ KKP, ໂຄງການດັ່ງກ່າວມຸ່ງໄປເຖິງເປົ້າໝາຍຍົກສູງຄຸນນະພາບການສຶກສາຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ກໍຄືຄວາມສາມາດຊຸກຍູ້ກຳລັງແກ່ງແຍ້ງທົ່ວໂລກໃນຂົງເຂດທະເລ ແລະ ອາຊີບປະມົງ. ທ່ານ Kusdiantoro, ເລຂາ BRSDM ຫວັງວ່າ, ບັນດາປະເທດ ອາຊຽນ ຈະສາມາດສົມທົບກັນເສີມຂະຫຍາຍບັນດາກາລະໂອກາດຮ່ວມມື ແລະ ລົງທຶນ ເພື່ອແນໃສ່ຄຸ້ມຄອງທະເລແບບຍືນຍົງ, ພັດທະນາເສດຖະກິດ ແລະ ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ, ປະກອບສ່ວນຊຸກຍູ້ເສດຖະກິດທະເລຂຽວ.

ຕອບກັບ

ຂ່າວ/ບົດ​ອື່ນ