ອິນໂດເນເຊຍ ມານະພະຍາຍາມຮັບປະກັນໃຫ້ AMM 56 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງມີລັກສະນະສ້າງສັນ

(VOVWORLD) - ໜຶ່ງໃນບັນດາເນື້ອໃນເຊິ່ງໄດ້ຍົກອອກມາທີ່ AMM 56 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງເພື່ອແນໃສ່ຮັກສາສະຖຽນລະພາບ, ສັນຕິພາບ ແລະ ຄວາມສາມາດຟື້ນຟູເສດຖະກິດຢູ່ພາກພື້ນ
ອິນໂດເນເຊຍ ມານະພະຍາຍາມຮັບປະກັນໃຫ້ AMM 56 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງມີລັກສະນະສ້າງສັນ - ảnh 1ທ່ານນາງລັດຖະມົນຕີການຕ່າງປະເທດ Retno Masurdi
(ພາບ: TTXVN)

ດ້ວຍຖານະເປັນປະເທດປະທານ ອາຊຽນ 2023, ອິນໂດເນເຊຍ ຈະມານະພະຍາຍາມເພື່ອໃຫ້ບັນດາການປືກສາຫາລືທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 56 (AMM 56) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ມີລັກສະນະສ້າງສັນ, ດ້ວຍບັນດາການຮ່ວມມືລະອຽດ ເພື່ອຍື່ນສະເໜີຕໍ່ກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 43. ນີ້ແມ່ນຄຳຢືນຢັນຂອງ ທ່ານນາງລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ Retno Masurdi ທີ່ກອງປະຊຸມຖະແຫຼງຂ່າວເຊິ່ງຈັດຂຶ້ນໃນວັນທີ 07 ກໍລະກົດ ກ່ຽວກັບວຽກງານກະກຽມໃຫ້ແກ່ກອງປະຊຸມ AMM 56 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ເຊິ່ງຈະຈັດຂຶ້ນຢູ່ ຕາກາຕາ, ແຕ່ວັນທີ 11-14 ກໍລະກົດ.

ຕາມທ່ານນາງລັດຖະມົນຕີການຕ່າງປະເທດ Retno Masurdi ແລ້ວ, ໜຶ່ງໃນບັນດາເນື້ອໃນເຊິ່ງໄດ້ຍົກອອກມາທີ່ AMM 56 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງເພື່ອແນໃສ່ຮັກສາສະຖຽນລະພາບ, ສັນຕິພາບ ແລະ ຄວາມສາມາດຟື້ນຟູເສດຖະກິດຢູ່ພາກພື້ນ ແມ່ນຜັນຂະຫຍາຍວິໄສທັດ ອາຊຽນ ກ່ຽວກັບມະຫາສະໝຸດອິນເດຍ - ປາຊີຟິກ (AOIP). ຕາມທ່ານນາງລັດຖະມົນຕີການຕ່າງປະເທດ Retno Masurdi ແລ້ວ, ບັນດາກອງປະຊຸມຄັ້ງນີ້ຍັງສຸມໃສ່ເລື່ອງເພີ່ມທະວີການປະຕິບັດຫຼັກການຂອງກົດບັດ ອາຊຽນ ແລະ ກົດແຫ່ງການປະພຶດ, ເພີ່ມທະວີບັນດາມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈ, ພ້ອມທັງເພີ່ມທະວີດ້ານການທູດປ້ອງກັນ, ສ້າງການແນະນຳໃຫ້ສົມບູນແບບ ເພື່ອຍູ້ໄວການສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC), ສ້າງວິໄສທັດການເດີນທະເລ ອາຊຽນ… ໃຫ້ສຳເລັດໂດຍໄວ.

ຄາດວ່າ, ມີ 29 ປະເທດ, ຄະນະເລຂາ ອາຊຽນ ແລະ ສະຫະພາບເອີລົບ ຈະເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 56 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ.

ຕອບກັບ

ຂ່າວ/ບົດ​ອື່ນ