ອິນໂດເນເຊຍ ໜູນຊ່ວຍຢ່າງຮີບດ່ວນໃຫ້ບັນດາຜູ້ປະສົບເຄາະຮ້າຍຈາກເຫດແຜ່ນດິນໄຫວ

(VOVWORLD) - ຈຳນວນຜູ້ເສຍຊີວິດແມ່ນ 14 ຄົນ ແລະ ອີກ 164 ຄົນຖືກຮັບບາດເຈັບ

ວັນທີ 29 ກໍລະກົດ, ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ໄດ້ອອກຄຳສັ່ງໜູນຊ່ວຍຢ່າງຮີບດ່ວນໃຫ້ປະຊາຊົນໃນບັນດາເຂດຖືກຜົນສະທ້ອນຈາກເຫດແຜ່ນດິນໄຫວມີຄວາມແຮງ 6,4 Richter ໃນເກາະ Lombok, ຂຶ້ນກັບແຂວງ Nusa Tenggara ຕາເວັນຕົກ. ຈຳນວນຜູ້ເສຍຊີວິດແມ່ນ 14 ຄົນ ແລະ ອີກ 164 ຄົນຖືກຮັບບາດເຈັບ, ມີເຮືອນຊານປະມານ 1.000 ຫຼັງຖືກເປ່ເພພາຍຫຼັງເກີດເຫດແຜ່ນດິນໄຫວ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ