ອິນໂດເນເຊຍກູ້ເອົາກ່ຳປັ່ນລຳໜຶ່ງທີ່ສົງໄສວ່າຖືກໂຈນສະລັດ
(ພາບປະກອບ)
(vovworld) - ໂຄສົກຂອງກຳລັງກອງທັບເຮືອ ອິນໂດເນເຊຍ ທ່ານ Edi Sucipto ໃຫ້ຮູ້ວ່າ: ວັນທີ 09/05 ໄດ້ກູ້ເອົາກ່ຳປັ່ນລຳໜຶ່ງທີ່ປັກທຸງ ສິງກະໂປ ເຊິ່ງຖືກໂຈນສະລັດກັກໄວ້ຢູ່ເຂດທະເລເກາະ Borneo, ພ້ອມທັງ ຈັບຕົວ 9 ຄົນ ທີ່ຖືກສົງໄສວ່າ ມີສ່ວນກ່ຽວຂ້ອງເຖິງເຫດການໂຈນສະລັດກ່ຳປັ່ນ. ຕາມປະກາດແລ້ວ ລູກເຮືອ 20 ຄົນ ແລະ ຜູ້ໂດຍສານ 1 ຄົນໃນກ່ຳປັ່ນຖືກໂຈນສະລັດຈີ້ ລວນແຕ່ປອດໄພ. ກ່ຳປັ່ນດັ່ງກ່າວບໍ່ປະກົດໃນລະບົບ ຣາດາ ໃນເຂດທະເລ ອິນໂດເນເຊຍ ກ່ອນທີ່ປະກົດເຫັນຢູ່ສະຖານທີ່ຫ່າງຈາກນັ້ນບໍ່ໄກດ້ວຍຊື່ຕ່າງກັນ. ສິ່ງດັ່ງກ່າວ ໄດ້ເຮັດໃຫ້ກຳລັງກອງທັບເຮືອ ອິນໂດເນເຊຍ ສົງໄສ. ຕາມທ່ານ Sucipto ແລ້ວ, ພວກໂຈນສະລັດຄາດຄະເນຈະສົ່ງນ້ຳມັນ 20.000 ລິດຈາກກ່ຳປັ່ນລຳນີ້ ໄປສູ່ກຳ່ປັ່ນລຳອື່ນ. ພົນລະເມືອງ ອິນໂດເນເຊຍ 9 ຄົນຖືກສົງໄສວ່າ ແມ່ນໂຈນສະລັດຖືກຈັບຕົວ ແລະ ສົ່ງໄປຍັງນະຄອນ Surabaya ຢູ່ທິດຕາເວັນອອກສ່ຽງເໜືອເກາະ Java ເພື່ອສອບຖາມ.