(vovworld) – ຢູ່ນອກກອງປະຊຸມສຸດຍອດ G20, ຈັດຂຶ້ນໃນວັນທີ 15 – 16/11, ຢູ່ ອົດສະຕາລີ, ທ່ານນາງລັດຖະມົນຕີວ່າການກະຊວງການຕ່າງປະເທດ ອິນໂດເນເຊຍ Retno Marsudi ຖະແຫຼງວ່າ: ອິນໂດເນເຊຍ ຫວັງວ່າ: ທຸກໆປະເທດກ່ຽວຂ້ອງເຖິງທະເລຕາເວັນອອກຄວນຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ. ທ່ານນາງ Marsudi ຢືນຢັນທັດສະນະດັ່ງກ່າວເມື່ອເວົ້າເຖິງນະໂຍບາຍການຕ່າງປະເທດຂອງລັດຖະບານຊຸດໃໝ່ຢູ່ ອິນໂດເນເຊຍ ອາຍຸການ 2014 – 2019. ທ່ານນາງເນັ້ນໜັກວ່າ: ສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ ແມ່ນເງື່ອນໄຂຈຳເປັນເພື່ອບັນລຸໄດ້ຈຸດໝາຍເພີ່ມທະວີການເຊື່ອມຕໍ່, ເຊື່ອມໂຍງໃນພາກພື້ນ ແລະ ໃນທົ່ວໂລກຂອງ ອິນໂດເນເຊຍ ໃນການປະຕິບັດຍຸດທະສາດ “ເສັ້ນທາງເດີນທະເລ” ຂອງທ່ານປະທານາທິບໍດີ Joko Widodo ແລະ ຢາກບັນລຸສິ່ງດັ່ງກ່າວ ດ້ວຍເຈດຕະນາດີ ແລະ ຄວາມມານະພະຍາຍາມລວມຂອງທຸກໆຝ່າຍທີ່ກ່ຽວຂ້ອງໃນພາກພື້ນ. ທ່ານນາງ Marsudi ຊີ້ແຈ້ງວ່າ: ອີນໂດເນເຊຍ ພວມຕັ້ງໜ້າຊຸກຍູ້ປະມວນຂໍ້ກຳນົດກ່ຽວກັບການປະພຶດຢູ່ທະເລຕາເວັນອອກ (COC) ດ້ວຍຄວາມເຫັນດີເຫັນພ້ອມລວມບົນພື້ນຖານຮັບປະກັນຜົນປະໂຫຍດ ແລະ ບໍ່ກໍ່ຜົນເສຍຫາຍເຖິງບໍ່ວ່າຝ່າຍໃດໆໃນພາກພື້ນ. ເລື່ອງ ອິນໂດເນເຊຍ ຈະເດີນຕາມທັດສະນະຈະແຈ້ງນີ້ໂດຍທ່ານປະທານາທິບໍດີ Widodo ຢັ້ງຢືນຄືນໃໝ່ທີ່ກອງປະຊຸມສຸດຍອດ APEC, ASEAN, ASEAN +, EAS ແລະ G20.