ອິນໂດເນເຊຍເອົາໃຈໃສ່ເປັນພິເສດເຖິງການພັດທະນາຂະແໜງເສດຖະກິດມີຫົວຄິດປະດິດສ້າງ
(ພາບປະກອບຈາກAFP/TTXVN)
(vovworld) – ເສດຖະກິດທີ່ມີຫົວຄິດປະດິດສ້າງແມ່ນຂະແໜງສຳຄັນໃນພື້ນຖານເສດຖະກິດ ອິນໂດເນເຊຍ, ພິເສດແມ່ນເມື່ອຂະແໜງນີ້ດຶງດູດກຳລັງແຮງງານຂອງປະເທດຊາດ ເຖິງ 10%. ທ່ານ Chapter Rama Datau, ປະທານສະຫະສະມາຄົມບັນດານັກວິສາຫະກິດໜຸ່ມ ອິນໂດເນເຊຍ, ໃຫ້ຮູ້ວ່າ: ປີ 2012 ຂະແໜງເສດຖະກິດທີ່ມີຫົວຄິດປະດິດສ້າງດຶງດູດຄົນງານເກືອບ 12 ລ້ານຄົນ, ກວມ 10,6% ກຳລັງຄົນງານຂອງປະເທດນີ້, ຢື່ນອັນດັບ 4 ໃນຈຳນວນ 10 ຂະແໜງເສດຖະກິດທີ່ສ້າງວຽກເຮັດງານທຳຫຼາຍສຸດ. ທ່ານ Rama Datau ໃຫ້ຮູ້ຕື່ມອີກວ່າ: ລັດຖະບານ ອິນໂດເນເຊຍ ໄດ້ວາງຈຸດໝາຍໃຫ້ຂະແໜງເສດຖະກິດທີ່ມີຫົວຄິດປະດິດສ້າງດຶງດູດກຳລັງແຮງງານໃຫ້ໄດ້ 20% ໃນໄລຍະຈະມາເຖິງ. ນອກຈາກນັ້ນ, ຂະແໜງເສດຖະກິດທີ່ມີຫົວຄິດປະດິດສ້າງກໍ່ປະກອບສ່ວນພໍສົມຄວນເຂົ້າໃນແຫຼ່ງລາຍຮັບຈາກຕ່າງປະເທດຂອງ ອິນໂດເນເຊຍ ເມື່ອກວມເຖິງ 5,72% ຍອດວົງເງິນສົ່ງອອກໃນປີ 2013.