ອຸບັດຕິເຫດລົດໂດຍສານຢູ່ ລາວ, ຊາວ ຫວຽດນາມ 6 ຄົນຖືກລົ້ມຫາຍຕາຍຈາກ

(VOVWORLD) -ຕາມສະຖານກົງສູນໃຫຍ່ ຫວຽດນາມ ຢູ່ ສະຫວັນນະເຂດ ແລ້ວ, ວັນທີ  9 ມີນາ ຢູ່ ແຂວງ ຄຳມ່ວນ ໄດ້ເກີດອຸບັດຕິເຫດລົດໂດຍສານ ເຮັດໃຫ້ ຊາວຫວຽດນາມ 2 ຄົນ ຖືກເສຍຊີວິດ ແລະ ອີກ 4 ຄົນຖືກຮັບບາດເຈັບ. 
ອຸບັດຕິເຫດລົດໂດຍສານຢູ່ ລາວ, ຊາວ ຫວຽດນາມ 6 ຄົນຖືກລົ້ມຫາຍຕາຍຈາກ - ảnh 1 ລົດໂດຍສານຖືກອຸບັດຕິເຫດ

ສອງຄົນຖືກເສຍຊີວິດ ນັ້ນແມ່ນ ອ້າຍ ຫງວຽນແທງອານ ເກີດປີ 1986  ຢູ່ ແຂວງ ນາມດີ້ງ ແລະ ອ້າຍ ຫງວຽນຍືຮົ່ງ ເກີດປີ 1994 ຢູ່ ແຂວງ ຮ່າຕິ້ງ.

ພາຍຫລັງໄດ້ຮັບຂ່າວກ່ຽວກັບອຸບັດຕິເຫດດັ່ງກ່າວ, ກົງສູນໃຫຍ່ຫວຽດນາມ ຢູ່ ສະຫວັນນະເຂດ ໄດ້ສົ່ງພະນັກງານມາສົມທົບກັບບັນດາຫົວຫນ່ວຍກ່ຽວຂ້ອງຂອງແຂວງ ເພື່ອປະຕິບັດວຽກງານປົກປ້ອງພົນລະເມືອງ ແລະ ເຮັດລະບຽບການຈຳເປັນເພື່ອໃຫ້ຄອບຄົວບັນດາຜູ້ປະສົບເຄາະຮ້າຍສົ່ງເມືອບ້ານປົ່ງສົບຕາມຮີດຄອງປະເພນີ.

ຕອບກັບ

ຂ່າວ/ບົດ​ອື່ນ