ອີຢູ ກ່າວເຕືອນອໍານາດການປົກຄອງ ອາເມລິກາ ກ່ຽວກັບແຜນການສັນຕິພາບ ຕາເວັນອອກກາງ

(VOVWORLD) -“ອີຢູ ຮັກສາຄໍາໝັ້ນສັນຍາສໍາລັບບັນດາບັນຫາ ທີ່ໄດ້ຮັບຄວາມເຫັນດີເຫັນພ້ອມຈາກສາກົນ ຢ່າງແຮງ ໃຫ້ແກ່ພື້ນຖານສັນຕິພາບແບບຍືນຍົງ ແລະ ຍາວນານຢູ່ ຕາເວັນອອກກາງ ໂດຍອີງໃສ່ກົດໝາຍສາກົນ, ບັນດາມະຕິທີ່ກ່ຽວຂ້ອງຂອງ ສປຊ ແລະ ບັນດາຂໍ້ຕົກລົງກ່ອນໜ້ານີ້.

ວັນທີ 18 ທັນວາ, 8 ປະເທດ ສະມາຊິກ ສະຫະພາບເອີຣົບ (ອີຢູ) ໄດ້ອອກຖະແຫຼງການຮ່ວມ ກ່າວເຕືອນ ອາເມລິກາ ກ່ອນຈຸດເວລາທີ່ ທ່ານປະທານາທິບໍດີ Donald Trump ກະກຽມປະກາດ ແຜນການສັນຕິພາບ ຕາເວັນອອກກາງ ເພື່ອແນໃສ່ແກ້ໄຂການປະທະກັນລະຫວ່າງ ອິດສະຣາແອັນ ແລະ ປາແລັດສະຕິນ. ບັນດາປະເທດໄດ້ອອກຖະແຫຼງການຮ່ວມ ແມ່ນ ຝລັ່ງ, ໂຮນລັງ, ໂປໂລຍ, ອັງກິດ, ແບນຊິກ, ເຢຍລະມັນ ແລະ ອີຕາລີ.

        ບັນດາປະເທດ ອີຢູ ແລະ ບັນດາສະມາຊິກ ສະພາຄວາມໝັ້ນຄົງ ສປຊ ຍັງເຫຼືອ ລ້ວນແຕ່ກ່າວເຕືອນວ່າ ບໍ່ວ່າແຜນການສັນຕິພາບໃດ ທີ່ບໍ່ມີການຄິດໄລ່ຊັ່ງຊາເຖິງ “ບັນດາບັນຫາທີ່ໄດ້ຮັບຄວາມເຫັນດີເຫັນພ້ອມຈາກສາກົນ”, ໂດຍສະເພາະແມ່ນມາດຕະການ ທີ່ສອງລັດອີີງໃສ່ເສັ້ນທາງຊາຍແດນປີ 1967 ກັບ Jerusalem  ແມ່ນນະຄອນຫຼວງຂອງສອງປະເທດຈະມີ “ຄວາມສ່ຽງຖືກປະລາໄຊ ແລະ ຖືກກ່າວປະນາມ”. ຖະແຫຼງການຮ່ວມ ກໍໄດ້ຢັ້ງຢືນຄືນໃໝ່່ວ່າ “ອີຢູ ຮັກສາຄໍາໝັ້ນສັນຍາສໍາລັບບັນດາບັນຫາ ທີ່ໄດ້ຮັບຄວາມເຫັນດີເຫັນພ້ອມຈາກສາກົນ ຢ່າງແຮງ ໃຫ້ແກ່ພື້ນຖານສັນຕິພາບແບບຍືນຍົງ ແລະ ຍາວນານຢູ່ ຕາເວັນອອກກາງ ໂດຍອີງໃສ່ກົດໝາຍສາກົນ, ບັນດາມະຕິທີ່ກ່ຽວຂ້ອງຂອງ ສປຊ ແລະ ບັນດາຂໍ້ຕົກລົງກ່ອນໜ້ານີ້.

ຕອບກັບ

ຂ່າວ/ບົດ​ອື່ນ