ອີ​ຢູ ຢັ້ງ​ຢືນ​ຄືນ​ບັນ​ດາ​ວິ​ທີ​ສຳ​ຜັດ​ຍຸດ​ທະ​ສາດ​ກັບ ຈີນ ແລະ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຊັບ​ສິນ​ຂອງ ລັດ​ເຊຍ ທີ່​ຖືກ​ອາ​ຍັດ ຢູ​່ ອີ​ຢູ

(VOVWORLD) -  ໃນຂອບເຂດກອງປະຊຸມສຸດຍອດສະຫະພາບເອີຣົບ (ອີຢູ) ທີ່ຫາກໍດຳເນີນໃນວັນທີ 29 – 30 ມິຖຸນາ ຢູ່ນະຄອນຫຼວງ ບຣຸກແຊນ ຂອງ ແບນຊິກ, ບັນດາການນຳ ອີຢູ ກໍໄດ້ຢັ້ງຢືນຄືນວິທີການສຳຜັດຍຸດທະສາດກັບ ປັກກິ່ງ ໃນຫຼາຍດ້ານ ເມື່ອຖື ຈີນ ທັງເປັນຄູ່ຮ່ວມມື, ທັງເປັນຄູ່ແຂ່ງແກ້ງແຍ້ງ ແລະ ຄູ່ແຂ່ງທີ່ມີລະບົບການຈັດຕັ້ງ.
ອີ​ຢູ ຢັ້ງ​ຢືນ​ຄືນ​ບັນ​ດາ​ວິ​ທີ​ສຳ​ຜັດ​ຍຸດ​ທະ​ສາດ​ກັບ ຈີນ ແລະ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຊັບ​ສິນ​ຂອງ ລັດ​ເຊຍ ທີ່​ຖືກ​ອາ​ຍັດ ຢູ​່ ອີ​ຢູ - ảnh 1ທ່ານປະທານສະພາເອີຣົບ  Charles Michel (ພາບ: Olivier Matthys/AFP)

 ກ່າວຄຳເຫັນຕໍ່ວົງການນັກຂ່າວ ພາຍຫຼັງສິ້ນສຸດກອງປະຊຸມ, ວັນທີ 30 ມິຖຸນາ, ທ່ານປະທານສະພາ ເອີຣົບ Charles Michel, ເນັ້ນໜັກວ່າ ອີຢູ ຈະສືບຕໍ່ຮ່ວມມືກັບ ຈີນ ເພື່ອແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ, ພ້ອມທັງສົ່ງເສີມປະເທດນີ້ໃຫ້ມີການເຄື່ອນໄຫວທີ່ມັກໃຫຍ່ໄຝ່ສູງກວ່າ ເພື່ອຕ້ານການປ່ຽນແປງຂອງດິນຟ້າອາກາດ, ອະນຸລັກຮັກສາຊີວະນາໆພັນ, ບັນດາບັນຫາກ່ຽວກັບດ້ານສາທາລະນະສຸກ, ຮັບມືກັບໂລກລະບາດ, ຄ້ຳປະກັນສະບຽງອາຫານ, ຫຼຸດຜ່ອນຄວາມສ່ຽງກ່ຽວກັບໄພພິບັດ, ລົບລ້າງໜີ້ ແລະ ການຊ່ວຍເຫຼືອມະນຸດສະທຳ.

        ທີ່ການຖະແຫຼງຂ່າວສິ້ນສຸດກອງປະຊຸມ, ຕາມທ່ານນາງປະທານຄະນະກຳມະການເອີຣົບ (EC)  Ursula von der Leyen, EC ຈະສະເໜີການເກັບພາສີສຳລັບຊັບສິນຄົງທີ່ຂອງທະນາຄານສູນກາງ ລັດເຊຍ. ເຖິງຢ່າງໃດກໍຕາມ, ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ພັດສະແດງຄວາມລະມັດລະວັງພໍສົມຄວນສຳລັບຜົນສຳເລັດຂອງບາດກ້າວເດີນດັ່ງກ່າວ, ຍ້ອນຕ້ອງການມີຄວາມເຫັນດີເຫັນພ້ອມຂອງ 27 ປະເທດສະມາຊິກທັງໝົດ.

ຕອບກັບ

ຂ່າວ/ບົດ​ອື່ນ