ອີຢູ ສົ່ງເສີມການຜັນຂະຫຍາຍຍຸດທະສາດປ້ອງກັນຊາດປ້ອງກັນຊາດປ້ອງກັນຄວາມສະຫງົບລວມ
ທ່ານນາງ Federica Mogherini ຜູ້ຕາງໜ້າຂັ້ນສູງ ຮັບຜິດຊອບ
ນະໂຍບາຍປ້ອງກັນຄວາມສະຫງົບ ແລະ ພົວພັນຕ່າງປະເທດ EC
(ພາບ: AFP/TTXVN)
(vovworld) - ວັນທີ 06/03 ສະພາພົວພັນຕ່າງປະເທດສະຫະພາບ ເອີລົບ (ອີຢູ) ເລີ່ມຕົ້ນໂຄງການເຮັດວຽກດ້ວຍກອງປະຊຸມຮ່ວມຢູ່ ບຣຸກແຊນ ປະເທດ ແບນຊິກ ລະຫວ່າງບັນດາລັດຖະມົນຕີກະຊວງການຕ່າງປະເທດ ແລະ ລັດຖະມົນຕີກະຊວງປ້ອງກັນປະເທດ. ສະພາພົວພັນຕ່າງປະເທດ ອີຢູ ຕີລາຄາບັນດາບາດກ້າວໃນການຜັນຂະຫຍາຍທິດທາງດຳເນີນງານ ເຊິ່ງໄດ້ກຳນົດຢູ່ກອງປະຊຸມສຸດຍອດເມື່ອວັນທີ 15/12/2016, ໃນນັ້ນ ມີແຜນການຜັນຂະຫຍາຍຍຸດທະສາດລວມ ເອີລົບ ກ່ຽວກັບການປ້ອງກັນຊາດປ້ອງກັນຄວາມສະຫງົບ, ບັນດາຂໍ້ສະເໜີ ເພື່ອແນໃສ່ເພີ່ມທະວີການຮ່ວມມືລະຫວ່າງ ອີຢູ ແລະ ອົງການສົນທິສັນຍາອັກດລັງຕິກເໜືອ (NATO), ແຜນການດຳເນີນງານປ້ອງກັນຊາດ ເອີລົບ ໂດຍຄະນະກຳມະການ ເອີລົບ ສະເໜີ ແນໃສ່ເພີ່ມທະວີກຳລັງຄວາມສາມາດ ແລະ ຍູ້ແຮງການເຄື່ອນໄຫວຄົ້ນຄວ້າດ້ານປ້ອງກັນຊາດ.