ອີຢູ ສະເໜີກົນໄກຮີບດ່ວນເພື່ອຫຼີກລ້ຽງວິກິດການແຫຼ່ງສະໜອງ

(VOVWORLD) -ກົນໄກດັ່ງກ່າວໄດ້ສະເໜີອອກມາເພື່ອແນໃສ່ຮັບມືກັບບັນຫາແຫຼ່ງສະໜອງຍ້ອນຜົນກະທົບຈາກໂລກລະບາດໂຄວິດ-19 ແລະ ວິກິດການຢູ່ ຢູແກຼນ.
ອີຢູ ສະເໜີກົນໄກຮີບດ່ວນເພື່ອຫຼີກລ້ຽງວິກິດການແຫຼ່ງສະໜອງ - ảnh 1(ພາບປະກອບ: APF/TTXVN)

        ວັນທີ 19 ກັນຍາ, ສະຫະພາບເອີລົບ (ອີຢູ) ສະເໜີແຜນຮ່າງຂໍ້ກຳນົດການມອບ ສິດແກ້ໄຂບັນດາກິດການແຫຼ່ງສະໜອງໂດຍດ່ວນໃຫ້ຄະນະກຳມະການເອີລົບ (ອີຊີ). ຕາມແຜນຮ່າງຂໍ້ກຳນົດເຄື່ອງມືຮີບດ່ວນຕະຫຼາດໜຶ່ງດຽວ, ບັນດາບໍລິສັດມີສຳນັກງານຕັ້ງຢູ່ ເອີລົບ ອາດຖືກບັງຄັບໃຫ້ບຸລິມະສິດບັນດາຜະລິດຕະພັນຫຼັກແຫຼ່ງ ແລະ ສະສົມສິນຄ້າທີ່ກ່ຽວຂ້ອງເຖິງວິກິດການ. ກົນໄກດັ່ງກ່າວໄດ້ສະເໜີອອກມາເພື່ອແນໃສ່ຮັບມືກັບບັນຫາແຫຼ່ງສະໜອງຍ້ອນຜົນກະທົບຈາກໂລກລະບາດໂຄວິດ-19 ແລະ ວິກິດການຢູ່ ຢູແກຼນ.

        ແຜນຮ່າງຂໍ້ກຳນົດການມອບສິດໃຫ້ ອີຊີ ຮຽກຮ້ອງບັນດາປະເທດ ອີຢູ ຈັດລະບົບການສະໜອງຄືນໃໝ່ ແລະ ເພີ່ມແຫຼ່ງສະໜອງບັນດາສິນຄ້າທີ່ກ່ຽວຂ້ອງເຖິງວິກິດການຢ່າງໄວທີ່ສຸດເທົ່າທີ່ຈະໄວໄດ້, ນຳສິນຄ້າທີ່ກ່ຽວຂ້ອງເຖິງວິກິດການອອກສູ່ຕະຫຼາດ.

ຕອບກັບ

ຂ່າວ/ບົດ​ອື່ນ