ອີຢູ ຮັບຮອງເອົາແຜນການດຳເນີນງານກ່ຽວກັບຊາວອົບພະຍົບ

ອີຢູ ຮັບຮອງເອົາແຜນການດຳເນີນງານກ່ຽວກັບຊາວອົບພະຍົບ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 03/02, ການ​ນຳ​ບັນດາ​ປະ​ເທດສະຫະ​ພາບ ​ເອີ​ລົບ (ອີ​ຢູ) ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ຕໍ່​ແຜນການ​ດຳ​ເນີນງານ ​ເພື່ອ​​ແນ​ໃສ່ສະກັດ​ກັ້ນ​ຊາວ​ອົບ​ພະຍົບຈາກ ລີ​ບີ ​ເຂົ້າ ເອີລົບ ຜ່ານທະ​ເລ ​ເມ​ດີ​ແຕຣາ​ເນ. ​ແຜນການ​ໄດ້ຮັບການ​ຮັບຮອງ​ເອົາ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ສຸດ​ຍອດ ອີ​ຢູ ທີ່ດຳ​ເນີນ​​ໄປ​ຢູ່​ປະ​ເທດ​ເກາະ Malta, ຕາມ​ນັ້ນ​ແລ້ວ ​​ໄດ້ເນັ້ນ​ໜັກ​ເຖິງ​ບັນດາ​ບຸລິມະສິດ​ລວມມີ: ການບຳລຸງ​ສ້າງ, ອຸປະ​ກອບ ​ແລະ ການໜູນ​ຊ່ວຍ​ໃຫ້​ບັນດາ​ກຳລັງ​ປ້ອງ​ກັນ​ຝັ່ງ​ທະ​ເລ​ຂອງ ລີ​ບີ. ພ້ອມ​ທັງ ທຳລາຍການ​ຄ້າ​ມະນຸດ, ໜູນ​ຊ່ວຍການພັດທະນາ​ບັນດາ​ປະຊາ​ຄົມ​ທ້ອງ​ຖິ່ນ​ຢູ່ ລີ​ບີ, ​ເພີ່ມ​ທະວີ​ຄວາມ​ສາມາດ​ຕອບ​ສະໜອງ​ເງື່ອນ​ໄຂ​ດຳລົງ​ຊີວິດ​ໃຫ້​ແກ່​ຊາວ​ອົບ​ພະ​ຍົບຢູ່ ລີບີ ​ແລະ ໜູນ​ຊ່ວຍ​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ​ຮັບຜິດຊອບ​ກ່ຽວ​ກັບ​ຊາວ​ອົບ​ພະຍົບ. ອີ​ຢູ ຈະ​ເພີ່ມ​ທະວີ​ໜູນ​ຊ່ວຍ​ການ​ເງິນ​ໃຫ້​ແຜນການ ​ໂດຍ​ຜ່ານ​ບັນດາ​ບ້ວງ​ທຶນ​ຊ່ວຍ​ເຫຼືອ​ພັດທະນາ (ODA) ທີ່ສະຫງວນ​ໃຫ້​ທະວີບອາ​ຟຣິກາ ທີ່​ມີ​ມູນ​ຄ່າ 31 ຕື້ ​ເອ​ໂຣ​ ໃນ​ປີ​ນີ້ ກໍ່​ຄື​ໂຄງການ​ຕ່າງໆ​ທີ່​ພວມ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ.


ຕອບກັບ

ຂ່າວ/ບົດ​ອື່ນ