ອີ​ຢູ ຮັບ​ຮ​ອງ​ເອົາ​ແຜນ​ການ​ລົງ​ທຶ​ນ​ຂອງ 12 ປະ​ເທດ​ສະ​ມາ​ຊິກ

(VOVWORLD) - ວັນທີ 13 ກໍລະກົດ, ລັດຖະມົນຕີກະຊວງການເງິນບັນດາປະເທດສັງກັດ ສະຫະພາບເອີຣົບ (ອີຢູ) ໄດ້ຮັບຮອງເອົາແຜນການລົງທຶນຂອງ 12 ປະເທດສະມາຊິກ ໃນນັ້ນ ມີ ອີຕາລີ, ຝລັ່ງ ແລະ ແອັດສະປາຍ.
ອີ​ຢູ ຮັບ​ຮ​ອງ​ເອົາ​ແຜນ​ການ​ລົງ​ທຶ​ນ​ຂອງ 12 ປະ​ເທດ​ສະ​ມາ​ຊິກ - ảnh 1(ພາບປະກອບ: ongresso.com)

  ການຕົກລົງດັ່ງກ່າວ ຈະເປີດຊ່ອງທາງໃຫ້ແກ່ການເບີກຈ່າຍບັນດາບ້ວງເງິນໜູນຊ່ວຍ ແລະ ບ້ວງເງິນກູ້ຢືມທຳອິດຂອງກຸ່ມນີ້ ແນໃສ່ຍູ້ແຮງວິວັດການຟື້ນຟູຫຼັງໂລກລະບາດໂຄວິດ - 19.

        ຕາມແຈ້ງການຂອງ ອີຢູ ແລ້ວ, ນອກຈາກ 3 ປະເທດສະມາຊິກດັ່ງກ່າວແລ້ວ, ບັນດາລັດຖະມົນຕີການເງິນຂອງກຸ່ມ ກໍສ້າງເງື່ອນໄຂໃຫ້ບັນດາແຜນການຂອງ ໂອຕາລິດ, ແບນຊິກ, ແດນມາກ, ເຢຍລະມັນ, ອີຢິບ, Latvia, ລຸກຊຳບວກ, ບອກຕຸຍການ ແລະ ສະໂລເວີກີ. ນີ້ແມ່ນການຮັບຮອງເອົາຄັ້ງທຳອິດສຳລັບບັນດາໂຄງການລົງທຶນແຫ່ງຊາດໃນຂອບເຂດແຜນການຟື້ນຟູຂອງ ອີຢູ.


 

ຕອບກັບ

ຂ່າວ/ບົດ​ອື່ນ