ອີຢູ ຮຽກຮ້ອງໃຫ້ມີເຈດຕະນາດີຈາກ 3 ປະເທດບ້ານໃກ້ເຮືອນຄຽງຂອງ ຢູແກຼນ ໃນການສົ່ງອອກທັນຍາພືດ
(VOVWORLD) - “ສິ່ງສຳຄັນໃນປັດຈຸບັນ ແມ່ນບັນດາປະເທດທັງໝົດຕ້ອງມີການກະທຳບົນຈິດໃຈໄກ່ເກ່ຍ ແລະເຂົ້າຮ່ວມດ້ວຍລັກສະນະສ້າງສັນ.”
ກ່ຳປັ່ນ Aroyat ກຳລັງເຄື່ອນຍ້າຍໄປຍັງທ່າກ່ຳປັ່ນ Chornomorsk ຂອງ ຢູແກຼນ ໃນວັນທີ 16/9/2023 (ພາບ: AFP/TTXVN) |
ວັນທີ 17 ກັນຍາ, ຄະນະກຳມະການເອີຣົບ (EC) ໄດ້ຮຽກຮ້ອງ ໂປໂລຍ, ຮຸງກາຣີ ແລະ ສະໂລວາກີ ມີທ່າທີທີ່ມີລັກສະນະສ້າງສັນ ພາຍຫຼັງທີ່ 3 ປະເທດບ້ານໃກ້ເຮືອນຄຽງຂອງ ຢູແກຼນ ນີ້ໄດ້ປະກາດຕາມລຳພັງໃຈວ່າ ຈະສືບຕໍ່ຫ້າມນຳເຂົ້າທັນຍາພືດ ຢູແກຼນ, ໂດຍບໍ່ຫົວຊາຕໍ່ຂໍ້ຕົກລົງຂອງ EC ກ່ຽວກັບເລື່ອງຢຸດຕິຄຳສັ່ງຫ້າມດັ່ງກ່າວ. ໂຄສົກ EC ເນັ້ນໜັກວ່າ “ສິ່ງສຳຄັນໃນປັດຈຸບັນ ແມ່ນບັນດາປະເທດທັງໝົດຕ້ອງມີການກະທຳບົນຈິດໃຈໄກ່ເກ່ຍ ແລະເຂົ້າຮ່ວມດ້ວຍລັກສະນະສ້າງສັນ.”
ນັບແຕ່ເມື່ອການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ, ຊາວກະສິກອນ ຢູແກຼນ ຕ້ອງເພີ່ງພາອາໄສບັນດາປະເທດ ບ້ານໃກ້ເຮືອນຄຽງເພື່ອນສົ່ງອອກທັນຍາພືດ. ເຖິງຢ່າງໃດກໍຕາມ, ທັນຍາພືດ ແລະ ພືດທີ່ມີນ້ຳມັນ ໄດ້ວາງຂາຍຢູ່ທົ່ວຕະຫຼາດບັນດາປະເທດບ້ານໃກ້ເຮືອນຄຽງ ໄດ້ສົ່ງຜົນກະທົບຕໍ່ລາຍຮັບຂອງຊາວກະສິກອນ ເຮັດໃຫ້ລັດຖະບານຂອງບັນດາປະເທດນີ້ ຕ້ອງຫ້າມນຳເຂົ້າຜະລິດຕະພັນກະເສດຈາກ ຢູແກຼນ.
ເດືອນພຶດສະພາຜ່ານມາ, ສະຫະພາບເອີຣົບ (ອີຢູ) ໄດ້ຮັບມືເພື່ອສະກັດກັ້ນແຕ່ລະປະເທດທີ່ມີການກະທຳຕາມລຳພັງໃຈ. ຕາມຂໍ້ຕົກລົງຂອງ ອີຢູແລ້ວ, ຢູແກຼນ ໄດ້ຮັບອະນຸຍາດສົ່ງອອກຜ່ານບັນດາປະເທດນີ້ ດ້ວຍເງື່ອນໄຂທີ່ວ່າ ບັນດາຜະລິດຕະພັນຕ້ອງໄດ້ຂາຍຢູ່ບັນດາສະຖານທີ່ອື່ນ.