ອີ​ຢູ ແລະ ກາ​ນາ​ດາ ສ້າງ​ຕັ້ງສະ​ຫະ​ພັນ​ສີ​ຂຽວ ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ

(VOVWORLD) - ວັນທີ 24 ພະຈິກ, ບັນດາການນຳ ສະຫະພາບເອີຣົບ (ອີຢູ) ແລະ ການາດາ ແຈ້ງໃຫ້ຊາບວ່າ ໄດ້ສ້າງສະຫະພັນສີຂຽວ ອີຢູ - ການາດາ ເພື່ອແນໃສ່ເພີ່ມທະວີການຮ່ວມມືໃນບັ້ນເຄື່ອນໄຫວຕ້ານການປ່ຽນແປງຂອງດິນຟ້າອາກາດ. 

ໃນສະເພາະໜ້າ, ສະຫະພັນດັ່ງກ່າວຈະໃຫ້ບຸລິມະສິດຊຸກຍູ້ບັນດາການຮ່ວມມືລະຫວ່າງ ອີຢູ - ການາດາກ່ຽວກັບຕະຫຼາດກາກບອນ ແລະ ຮີໂດຼສີຂຽວ. ນີ້ແມ່ນໝາກຜົນທີ່ບັນລຸໄດ້ໃນກອງປະຊຸມສຸດຍອດ ອີຢູ - ການາດາ, ເຊິ່ງໄດ້ດຳເນີນໃນວັນທີ 24 ພະຈິກ, ຢູ່ ການາດາ, ລະຫວ່າງທ່ານນາຍົກລັດຖະມົນຕີ ການາດາ Justin Trudeau ກັບທ່ານນາງປະທານຄະນະກຳມະການເອີຣົບ (EC)        Ursula von der Leyen  ແລະ ທ່ານ Charles Michel ປະທານສະພາເອີຣົບ.

        ນອກຈາກການສ້າງສະຫະພັນສີຂຽວແລ້ວ, ບັນດາການນຳ EU ກໍສະແດງຄວາມສົນໃຈເຖິງແຫຼ່ງແຮ່ທາດທີ່ອຸດົມສົມບູນຂອງ ການາດາ, ພິເສດແມ່ນບັນດາແຮ່ທາດທີ່ສາມາດນຳໃຊ້ເຂົ້າໃນການຜະລິດ ໝໍ້ໄຟໃຫ້ແກ່ລົດໄຟຟ້າ. ທ່ານນາງ Ursula von der Leyen ກໍເຊີນ ການາດາ ເຂົ້າຮ່ວມ “ສະໂມສອນວັດຖຸດິບສົ້ນເຂົ້າສຳຄັນ” ເຊິ່ງ ອີຢູ ຄາດວ່າຈະເລີ່ມເຄື່ອນໄຫວໃນກອງປະຊຸມສຸດຍອດ ບັນດາຝ່າຍເຂົ້າຮ່ວມ ສົນທິສັນຍາຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ຄັ້ງທີ 28 (COP28), ເຊິ່ງຈະໄຂຂຶ້ນໃນວັນທີ 30 ພະຈິກ ຢູ່ ສະຫະລັດ ອາຣັບເອມມີເລດ (UAE).

ຕອບກັບ

ຂ່າວ/ບົດ​ອື່ນ