ອີຢູຕໍ່ກຳນົດເວລາບັນດາມາດຕະການລົງໂທດສ່ວນບຸກຄົນລັດເຊຍ ແລະ ຢູແກຼນບາງຄົນ
(ພາບປະກອບ: Local)
(vovworld) - ວັນທີ 13/03, ສະພາເອີລົບ (EC) ໄດ້ອອກຂໍ້ຕົກລົງຕໍ່ກຳນົດເວລາຕື່ມອີກ 6 ເດືອນ, ໝາຍຄວາມວ່າຮອດວັນທີ 15/09/2017, ບັນດາມາດຕະການລົງໂທດສຳລັບບາງສ່ວນບຸກຄົນ ແລະ ຫົວນ່ວຍຂອງ ລັດເຊຍ ແລະ ຢູແກຼນ ທີ່ກ່ຽວຂ້ອງເຖິງການປະທະກັນຢູ່ປະເທດ ເອີລົບຕາເວັນອອກນີ້. ຄຳສັ່ງລົງໂທດຂອງສະຫະພາບເອີລົບ (EU) ລວມມີການປິດລ້ອມຊັບສົມບັດ ແລະ ຫ້າມເຂົ້າເມືອງເອີລົບ. EU ໄດ້ຮັບຮອງເອົາບັນດາມາດຕະການລົງໂທດດັ່ງກ່າວດ້ວຍສາຍເຫດແມ່ນເພື່ອ “ຕ້ານຄືນບັນດາໄພນາບຄູ່ເຖິງຜືນແຜ່ນດິນອັນຄົບຖ້ວນ ແລະ ເອກະລາດຂອງຢູແກຼນ”. ນັບແຕ່ພາຍຫຼັງການລົງປະຊາມະຕິຢູ່ແກຼມ ກຣືມ ດ້ວຍໝາກຜົນເຂດດິນແດນດັ່ງກ່າວເຫັນດີໂຮມເຂົ້າກັບລັດເຊຍ ຄືນໃໝ່, EU ໄດ້ຈັດວາງຄຳສັ່ງລົງໂທດ ແລະ ຕໍ່ກຳນົດເວລາລົງໂທດເປັນຫຼາຍຄັ້ງແລ້ວສຳລັບບາງສ່ວນບຸກຄົນ ແລະ ຫົວໜ່ວຍທີ່ມີສ່ວນກ່ຽວຂ້ອງ.