ອີຢູຕໍ່ກຳນົດເວລາລົງໂທດເຈົ້າໜ້າທີ່ຢູແກຼນຫລາຍທ່ານ
ອະດີດປະທານາທິບໍດີ Viktor Yanukovich
(ພາບ: guardianlv.com)
(vovworld) – ວັນທີ 05/03, ຂໍ້ຕົກລົງຂອງສະພະພາບເອີລົບ (ອີຢູ) ທີ່ຕໍ່ກຳນົດເວລາຕື່ມອີກໜຶ່ງປີສຳລັບບັນດາມາດຕະການລົງໂທດທີ່ເລັ່ງໃສ່ພົນລະເມືອງ ແລະ ອະດີດເຈົ້າໜ້າທີ່ ຢູແກຼນ 16 ຄົນ, ໃນນັ້ນມີອະດີດປະທານາທິບໍດີ Viktor Yanukovich ເລີ່ມມີຜົນສັກສິດ. ນີ້ແມ່ນບັນດາຜູ້ທີ່ຖືກ ອີຢູ ກ່າວຫາຕ້ອງ ຮັບຜິດຊອບຕໍ່ວິກິດການຢູ່ ຢູແກຼນ. ໃນແຈ້ງການໜຶ່ງ, ອີຢູ ໃຫ້ຮູ້ວ່າ: ບັນດາຜູ້ທີ່ຖືກລົງໂທດຕ້ອງ “ຮັບຜິດຊອບຕໍ່ເລື່ອງຍັກຍອກງົບປະມານແຫ່ງຊາດ ຢູແກຼນ ແລະ ສວຍໃຊ້ຖານະຕຳແໜ່ງ”. ບັນດາມາດຕະການລົງໂທດ ຈະໄດ້ແກ່ຍາວເຖິງວັນທີ 06/03/2017. ອີຢູ ໄດ້ຈັດວາງຫລາຍມາດຕະການລົງໂທດສຳລັບບັນດາອະດີດເຈົ້າໜ້າທີ່ ແລະ ພົນລະເມືອງ ຢູແກຼນ ພາຍຫລັງອະດີດປະທານາທິບໍດີ Viktor Yanukovich ຖືດໂຄ່ນລົ້ມ ແລະ ການປະທະກັນຢູ່ພາກຕາເວັນອອກຂອງປະເທດນີ້ ເກີດຂຶ້ນເມື່ອເດືອນ 04/2014, ເຮັດໃຫ້ມີຜູ້ເສຍຊີວິດ 9.000ຄົນ ແລະ ຜູ້ຮັບບາດເຈັບ 21.000ຄົນ.