ອີຢິບ ສະເໜີຂໍ້ຕົກລົງຢຸດຍິງໃໝ່ຢູ່ເຂດກາຊາ

ອີຢິບ ສະເໜີຂໍ້ຕົກລົງຢຸດຍິງໃໝ່ຢູ່ເຂດກາຊາ - ảnh 1
(ພາບປະກອບ: AFP/TTXVN)

(vovworld) – ​ວັນ​ທີ 25/08, ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ທ່ານ​ໜຶ່ງໂດຍ​ບໍ່​ເຜີຍ​ຊື່​ຂອງ​ອິດສຣາ​ແອນ ​ໃຫ້​ຮູ້​ວ່າ, ບັນດາ​ຄົນ​ກາງ​​ໄກເກ່ຍ​ອີ​ຢິບ ​ໄດ້​ສະ​ເໜີ​ຂໍ້​ຕົກລົງ​ຢຸດ​ຍິງ​ໃໝ່​ຢູ່​ເຂດ​ກາຊາ, ​ເຊິ່ງຕາມ​ນັ້ນ​ແລ້ວ, ຈະ​ເປີດ​ປະຕູ​ດ່ານ​ຊາຍ​ແດນ​ຂອງ​ເຂດ​ດິນ​ແດນ​ຖືກ​ປິດ​ລ້ອມ​ນີ້ ​ແລະ ອະນຸຍາດ​ໃຫ້​ນຳ​ສິນຄ້າ​ອູ​ປະຖຳ ກໍ່​ຄື​ອຸ​ປະກອນ​ຜະລິດ​ຄືນ​ໃໝ່​ຜ່ານ​ບັນດາ​ດ່ານ​ຊາຍ​ແດນ. ຕາມ​ເຈົ້າ​ໜ້າ​ທີ່​ດັ່ງກ່າວ, ຝ່າຍ​ອິດສຣາ​ແອນ ລວມທັງ​ ຮາ​ມາດ ພວມ​ຄວບ​ຄຸ້ມ​ເຂດ​ກາຊາ ພ້ອມ​ແລ້ວ​ທີ່​ຈະ​ເຫັນ​ດີ​ຂໍ້​ຕົກລົງ​ຄື​ດັ່ງກ່າວ ຖ້າ​ຫາກ​ອິດສຣາ​ແອນ ​ເຫັນ​ດີ. ທ່ານ​ກໍ່​ໃຫ້​ຮູ້​ວ່າ, ບັນດາ​ຝ່າຍ​ຈະ​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ຈຸດ​ບໍ່​ລົງ​ລອຍ​ກັນ​ໃນ​ຮອບ​ເວລາ​ໜຶ່ງ​ເດືອນ​ຈະ​ມາ​ເຖິງ. ​ໃນ​ຂະນະ​ນັ້ນ, ​ເຈົ້າ​ໜ້າ​ທີ່​​ທ່ານ​ໜຶ່ງຂອງ​ປາ​ແລດ​ສຕິນ  ​ໃຫ້​ຮູ້​ວ່າ ອີ​ຢິບ ອາດ​ຈະ​ເຊີນ​ຄະນະ​ເຈລະຈາ​ປາ​ແລດ​ສຕິນ ​ແລະ ອິດສຣາ​ແອນ ກັບ​ຄືນ​ກາຍ​ໂຣ ​ໃນ​ຮອບ​ເວລາ 48 ຊົ່ວ​ໂມງ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ