ອີຢິບ ໄວ້ທຸກຜູ້ປະສົບເຄາະຮ້າຍໃນບັນດາເຫດວາງລະເບີດກໍ່ການຮ້າຍເປັນເວລາ 3 ວັນ
ການວາງລະເບີດກໍ່ການຮ້າຍ
ທີ່ເລັ່ງໃສ່ບັນດາໂບດສາສະໜາຄິດຢູ່ ອີຢິບ
(ພາບ: EPA/TTXVN)
(vovworld) – ການວາງລະເບີດກໍ່ການຮ້າຍ 2 ຄັ້ງ ທີ່ເລັ່ງໃສ່ບັນດາໂບດສາສະໜາຄິດຢູ່ ອີຢິບ ໃນວັນທີ 09/04 ເຮັດໃຫ້ 170 ຄົນເສຍຊີວິດ ແລະ ຮັບບາດເຈັບ. ເຫດວາງລະເບີດຢູ່ໂບດສາສະໜາຄິດທີ່ນະຄອນ Alexandria ເຮັດໃຫ້ 17 ຄົນເສຍຊີວິດ ແລະ 48 ຄົນຮັບບາດເຈັບ. ເຫດວາງລະເບີດກ່ອນນັ້ນ ທີ່ເລັ່ງໃສ່ໂບດສາສະໜາຄິດຢູ່ນະຄອນ Tanta ເຮັດໃຫ້ 28 ຄົນເສຍຊີວິດ ແລະ 78 ຄົນຮັບບາດເຈັບ. ເທບວີດີໂອທີ່ຖ່າຍທຳຢູ່ສະຖານທີ່ເກີດເຫດໃຫ້ເຫັນວ່າ ນີ້ແມ່ນ 2 ເຫດວາງລະເບີດສະຫຼະຊີບ. ສາຂາຂອງອົງການລັດອິດສະລາມ (IS) ອ້າງຊື່ເອງປະຈຳ ອີຢິບ ໄດ້ຮັບຜິດຊອບເປັນຜູ້ກໍ່ 2 ເຫດບຸກໂຈມຕີດັ່ງກ່າວ ແລະ ນາບຂູ່ວ່າ ຈະສືບຕໍ່ດຳເນີນບັນດາເຫດບຸກໂຈມຕີຕື່ມອີກ.