ປະທານາທິບໍດີຖືກໂຄ່ນລົ້ມ Mohamed Morsi
photo:baotintuc.vn
|
(vovworld) - ຕາມນັ້ນແລ້ວ, ສານພິພາກສາປະທານາທິບໍດີຖືກໂຄ່ນລົ້ມ Mohamed Morsi ແລະ ສະມາຊິກອົງການອ້າຍນ້ອງມຸດສະລີມ, ບັນດາຫົວຫນ້າອົງການອິດສະລາມ, ນັກເຄື່ອນໄຫວດ້ານການເມືອງ, ຜູ້ພິພາກສາ ແລະ ທະນາຍຄວາມອິດສະລາມ 35 ຄົນ ຄາດວ່າຖືກຈັດຂຶ້ນໃນວັນທີ 16/2 ຈະມາເຖິງ. ບັນດາຜູ້ຄົນດັ່ງກ່າວຖືກຜູກໂທດວ່າ ຕິດຕໍ່ກັບຂະບວນການອິດສະລາມ Hamas ຂອງ ປາແລດສະຕີນ ແລະ ບັນດານັກຮົບສົງຄາມໄມ້ກາງເຂັນເພື່ອດຳເນີນບັ້ນຮົບກໍ່ການຮ້າຍພາຍໃນເຂດດິນແດນຂອງ ອີຢີບ. ນອກຈາກການກ່າວຜູກໂທດດັ່ງກ່າວ, ອະດີດປະທານາທິບໍດີ Morsi ຍັງຕ້ອງປະເຊີນຫນ້າກັບປະຊຸມພິພາກສາອື່ນ 2 ຄັ້ງ ດ້ວຍການຜູກໂທດວ່າ ຍຸແຍ່ການໃຊ້ຄວາມຮຸນແຮງ ແລະ ເຂັ່ນຂ້າຜູ້ແຫ່ຂະບວນປະທ້ວງຝ່າຍຄ້ານ, ຈັດຕັ້ງການແຫກຄຸກ, ລອບຈັບຕົວ ແລະ ເຂັ່ນຂ້າບັນດານາຍຕຳຫລວດໃນຕົ້ນປີ 2011. ຖ້າຖືກສານຕັດສິນລົງໂທດ, ທ່ານ Morsi ອາດຈະຖືກປະຫານຊີວິດ ແລະ ຈຳຄຸກຕະຫລອດຊີວິດ.