ອີຢິບຕັດສິນລົງໂທດຫົວໜ້າອົງການອ້າຍນ້ອງອິດສະລາມ15ຄົນ
ຫົວໜ້າດ້ານຈິດໃຈສູງສຸດຂອງອົງການອ້າຍນ້ອງ ອິດສະລາມ (MB) Mohamed Badie (ເສຶ້ອດຳ)
(ພາບ:ສຳນັກຂ່າວສານ ຊິນຮວາ/TTXVN)
(vovworld) – ວັນທີ 15/9, ສານອາຍາ ອີຢິບແຫ່ງໜຶ່ງ ໄດ້ຕດສິນລົງໂທດຈຳຄຸກຕະຫຼອດຊີວິດສຳລັບຫົວໜ້າດ້ານຈິດໃຈສູງສຸດຂອງອົງການອ້າຍນ້ອງ ອິດສະລາມ (MB) Mohamed Badie ແລະ ການນຳຜູ້ອື່ນ 14 ຄົນຂອງຂະບວນການນີ້ດ້ວຍໂທດເຂັ່ນຂ້າມະນຸດ ແລະ ປຸກລຸກການໃຊ້ຄວາມຮຸນແຮງ. ບັນດາຈຳເລີຍຖືກລົງໂທດເຂັ່ນຂ້າ 5 ຄົນ ແລະ ມີກົນອຸບາຍເຂັ່ນຂ້າ 100 ຄົນອື່ນໃນການປະທະກັນເກີດຂຶ້ນຢູ່ແຂວງ Giza ໃນວັນທີ 14/7 ປີກ່ອນ, ພາຍຫຼັງການໂຄ່ນລົ້ມປະທານາທິບໍດີ Mohamed Morsi ແມ່ນສະມາຊິກຈາກ MB. ນອກຈາກນັ້ນ, ບັນດາບຸກຄົນດັ່ງກ່າວຍັງຖືກກ່າວຜູກໂທດ ກໍ່ການຮ້າຍ, ປຸກລຸກກຸ່ມຄົນບຸກໂຈມຕີປະຊາຊົນ ແລະ ກຳມະສິດອາວຸດຢ່າງຜິດກົດໝາຍ. ທ່ານ Badie ພວມປະເຊີນໜ້າກັບ 30 ວາລະສານດ້ວຍຫຼາຍໂທດ, ໃນນັ້ນມີໂທດກໍ່ການຮ້າຍ ແລະ ປຸກລຸກການໃຊ້ຄວາມຮຸນແຮງ. ກ່ອນໜ້ານັ້ນ, ໃນເດືອນ 6, ບັນດາການນຳຂະບວນການອິດສະລາມ ນີ້ພ້ອມກັບສະມາຊິກ 182 ຄົນ ແລະ ຜູ້ສະໜັບສະໜູນ MB ໄດ້ຕັດສິນລົງໂທດປະຫານຊີວິດໃນການພິພາກສາຢູ່ແຂວງ Minya, ພາກໃຕ້ ອີຢິບ ແລະ ຕັດສິນລົງໂທດຈຳຄຸກຕະຫຼອດຊີວິດໃນ 2 ວາລະສານອື່ນ ດ້ວຍໂທດປຸກລຸກການໃຊ້ຄວາມຮຸນແຮງ ແລະ ປິດລ້ອມການຈາລະຈອນ.