ອີຢີບປັບປຸງຄະນະລັດຖະບານ
(ພາບ: AFP/TTXVN)
(vovworld) - ຕາມໂທລະພາບແຫ່ງລັດອີຢີບ ແລ້ວ, ວັນທີ 5/3, ປະທານາທິບໍດີ Abdel Fattah al – Sisi ໄດ້ດຳເນີນການປະຕິຮູບຄະນະລັດຖະບານ, ແທນລັດຖະມົນຕີວ່າການກະຊວງພາຍໃນ ແລະ ລັດຖະມົນຕີວ່າການຈຳນວນໜຶ່ງອີກ. ລັດຖະມົນຕີວ່າການກະຊວງພາຍໃນ Mohamed Ibrahim ຮັບຜິດຊອບກຳລັງຕຳຫຼວດແຫ່ງຊາດ. ປະທານາທິບໍດີ Abdel Fattah al – Sisi ໄດ້ແຕ່ງຕັ້ງນາຍພົນຕຳຫຼວດ Magdy Abdel – Ghafar, ທີ່ຂຶ້ນກັບອົງການຕຳຫຼວດແຫ່ງຊາດ ແທນໃຫ້ທ່ານ Mohamed Ibrahim. ການກະທຳນີ້ດຳເນີນໄປພາຍຫຼັງທີ່ກຳລັງກະບົດອິດສະລາມ ເພີ່ມທະວີການວາງລະເບີດໃສ່ໃຈກາງນະຄອນຫຼວງກາຍໂຮ. ປະທານາທິບໍດີ Abdel Fattah al – Sisi ກໍ່ໄດ້ປ່ຽນແທນບັນດາລັດຖະມົນຕີວັດທະນະທຳ, ທ່ອງທ່ຽວ, ການສຶກສາ, ເຮືອນຢູ່ແລະສື່ສານ. ນີ້ແມ່ນການປະຕິຮູບຄັ້ງທຳອິດ, ນັບແຕ່ທ່ານໄດ້ຮັບດຳລົງຕຳແໜ່ງເປັນປະທານາທິບໍດີເມື່ອເດືອນ 6/2014.