ອີຢິບໂຈະວາລະສານພິພາກສາອະດີດປະນາທາທິບໍດີMohamedMorsi

ອີຢິບໂຈະວາລະສານພິພາກສາອະດີດປະນາທາທິບໍດີMohamedMorsi - ảnh 1
ອະດີດ​ປະທານາທິບໍດີ Mohamed Morsi

(vovworld) – ວັນ​ທີ 22/2, ​ໂທລະພາບ​ແຫ່ງ​ຊາດ ອີ​ຢິບ ​ໄດ້​ໃຫ້​ຂ່າວ​ວ່າ​ການ​ປະຊຸມສານ​ພິພາກ​ສາ​ປະທານາທິບໍດີ​ຜູ້​ຖືກ​ໂຄ່ນ​ລົ້ມ Mohamed Morsi ພ້ອມ​ກັບ​ຈຳ​ເລີຍອີກ 130 ຄົນ​​ກ່ຽວ​ກັບການ​ກະທຳ​ຜິດ​ກ່ຽວ​ຂ້ອງ​ເຖິງ​ເຫດການ​ແຫກ​ຄຸກ​ປີ 2011 ຈະ​​ເລື່ອນ​ໄປ​ຮອດວັນ​ທີ 24/2. ທ່ານ Mohamed Morsi ຖືກນຳ​ຕົວ​ຂຶ້ນ​ສານ​ໃນ​ຄັ້ງ​ນີ້​ຍ້ອນ​ຖືກ​​ກ່າວ​ຫາ​ບຸກ​ໂຈມ​ຕີ​ຄຸກ Wady Al Natroim, ລອບຈັບ​ຕົວ ​ແລະ ​ເຂັ່ນຂ້າ​ບັນດາ​ນາຍ​ຕຳຫຼວດ​ໃນ​ການ​ລຸກ​ຮື​ຂຶ້ນ​ເມື່ອ​ປີ 2011. ອະດີດ​ປະທານາທິບໍດີ Mohamed Morsi ຍັງ​ຕ້ອງ​ປະ​ເຊີ​ນໜ້າ​ກັບກອງ​ປະຊຸ​ມສານ​ອື່ນ​ອີກ 3 ຄັ້ງ​ດ້ວຍ​ບັນດາ​ຂໍ້​ກ່າວ​ຫາ ຍູ້​ຍົງ​ສົ່ງ​ເສີມການ​ໃຊ້​ຄວາມ​ຮຸນ​​ແຮງ ​ແລະ ​ເຂັ່ນ​ຂ້າ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ເມື່ອ​ຕົ້ນ​ເດືອນ 12/2012, ​​ເປັນ​ນັກ​ສືບ ​ແລະ ໜູນ​ຊ່ວຍ​ໃຫ້​ບັນດາ​ການ​ເຄື່ອນ​ໄຫວ​ກໍ່​ການ​ຮ້າຍ, ​ແຕະຕ້ອງ​ກຽດ​ສັກ​ສີ​ຂອງບັນດາ​ອົງການຕຸລາການ. ​ເປັນ​ອັນວ່າ, ທ່ານ Mohamed Morsi ອາດ​ຈະ​ຕ້ອງປະ​ເຊີນ​ໜ້າ​ກັບການ​ຕັດສິນຈຳ​ຄຸກ​ຕະຫຼອດ​ຊີວິດ ຫຼື ​ປະຫານ​ຊີວິດ.

ຂ່າວ/ບົດ​ອື່ນ