ອີຢູຮຽກຮ້ອງອິດສະລາແອັນຢຸດຕິການປິດລ້ອມເຂດGaza

ອີຢູຮຽກຮ້ອງອິດສະລາແອັນຢຸດຕິການປິດລ້ອມເຂດGaza - ảnh 1
ທ່ານ Ralph Tarraf (ພາບ: AFP)

(vovworld) – ​ ​ ວັນ​ທີ 08/11 ນັກ​ການ​ທູດ​ຂອງ​ກ່ວາ 20 ປະ​ເທດ​ສະມາຊິກ​ຂອງ​ສະຫະພາບ ​ເອີ​ລົບ (ອີ​ຢູ) ​ໄດ້​ຮຽກ​ຮ້ອງ ອິດສະ​ລາ​ແອັນ ຢຸດຕິ​ການປິດ​ລ້ອມ​ເຂດ Gaza ຂອງ​ຊາວ ປາ​ແລັດ​ສະຕິ​ນ. ​ໃນ​ການ​ຢ້ຽມຢາມ​ເຂດ Gaza ຂອງ ປາ​ແລັດ​ສະຕິ​ນ ​ເປັນ​ຄັ້ງທຳ​ອິດ ນັບ​ແຕ່​ກ່ວາ 2 ປີຜ່ານມາ ​ເພື່ອ​ແນ​ໃສ່​ພິຈາລະນາ​ການ​ເຄື່ອ​ນ​ໄຫວສ້າງສາ​ຄືນ​ໃໝ່, ​ເອກ​ອັກຄະ​ລັດຖະທູດ ​ແລະ ຜູ້ນຳ​ໜ​້າ​ບັນດາ​ອົງການ​ຕາງໜ້າ​ການ​ທູດ​ຂອງ​ບັນດາ​ປະ​ເທດ ອີ​ຢູ ປະຈຳ ປາ​ແລັດ​ສະຕິ​ນ ຈຳນວນ 22 ຄົນ ​ໄດ້​ຍົກ​ອອກ​ຖະ​ແຫຼ​ງການ ​ເພື່ອ​ແນ​ໃສ່​ຮຽກ​ຮ້ອງ ອິດສະ​ລາ​ແອັນ ຢຸດຕິ​ການ​ເຄື່ອນ​ໄຫວ​ປິດ​ລ້ອມ​ຢູ່​ເຂດ Gaza ​ໂດຍ​ໄວ. ຜູ້ນຳ​ໜ​້າຄະນະ​ປະຕິບັດ​ງານ ອີ​ຢູ ຢູ່​ເຂດຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ ​ແລະ ​ເຂດ Gaza ທ່ານ Ralph Tarraf ຮຽກຮ້ອງ​ອ​ຳນາດ​ການ​ປັກ​ຄອງ Tel Aviv ຍົກ​ເລີກ​ຄຳ​ສັ່ງ​ປິດ​ລ້ອມ​ເຂດ Gaza ​ແລະ ​ເນັ້ນ​ໜັກ​ວ່າ ນີ້​ແມ່ນ​ການ​ກະທຳ​ຈຳ​ເປັນ “​ເພື່ອ​ມຸ່ງ​ໄປ​ເຖິງ​ການ​ປ່ຽນ​ແປງ​ກ່ຽວ​ກັບ​ດ້ານ​ການ​ເມືອງ, ຄວາມ​ສະຫງົບ​ ​ແລະ ​ເສດຖະກິດ” ຢູ່​ເຂດ Gaza ຂອງ ປາ​ແລັດ​ສະຕິ​ນ.

 

ຂ່າວ/ບົດ​ອື່ນ