ອີຢູແລະອາເມລິກາຮຽກຮ້ອງໃຫ້ບູຣູນດີໂຈະການເລືອກຕັ້ງ

ອີຢູແລະອາເມລິກາຮຽກຮ້ອງໃຫ້ບູຣູນດີໂຈະການເລືອກຕັ້ງ - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Pierre Nkurunziza
(ພາບ: AFP/TTXVN)

(vovworld) – ສະ​ຫະ​ພາບ ເອີ​ລົບ (ອີ​ຢູ) ແລະ ອາ​ເມ​ລິ​ກາ ຮຽກ​ຮ້ອງ​ໃຫ້ ບູ​ຣູນ​ດີ ໂຈະ​ການ​ເລືອກ​ຕັ້ງ​ພາຍຫຼັງ​ເກີ​ດ​ບັນ​ດາ​ການ​ແຫ່​ຂະ​ບວ​ນ​ປະ​ທ້​ວງ​ທີ່ນອງ​ເລືອດ​ຢູ່​ປະ​ເທດນີ້​ເພື່ອ​ຄັດ​ຄ້ານ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Pierre Nkurunziza ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ອາ​ຍຸ​ການ​ທີ 3. ໃນ​ຖະ​ແຫຼງ​ການ​ເມື່ອ​ວັນ​ທີ 11/5, ທູດ​ພິ​ເສດ​ຂອງ ອີ​ຢູ ທ່ານ Koen Vervaeke ຮຽກ​ຮ້ອງ​ໃຫ​້​ລັດ​ຖະ​ບານ ບູ​ຣູ​ນ​ດີ ນຳ​ໃຊ້​ບັນ​ດາມາດ​ຕະ​ການ​ເພື່ອ​​ແນ​ໃສ່​ຫລຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ ແລະ ໂຈະ​ການ​ເລືອກ​ຕັ້ງ. ຕາມ​ທ່ານ Vervaeke ແລ້ວ, ບູ​ຣູ​ນດ​ີ ບໍ່​ຕອບ​ສະ​ໜອງ​ໄດ້​ເງື່ອນ​ໄຂ​ຢ່າງ​ໜ້ອຍ​ສຸດ​ເພື່ອ​ດຳ​ເນີນການ​ເລືອກ​ຕັ້ງ, ນັ້ນ​ແມ່ນ​ສິດ​ເສ​ລີ​ຂອງ​ພາ​ຫະ​ນະ​ສື່ມວນ​ຊົນ ແລະ ບັນ​ດາ​ການ​ແຫ່​ຂະ​ບວນ​ປະ​ທ້ວງ​ໃນ​ສັນ​ຕິ​ພາບ.

 


ຂ່າວ/ບົດ​ອື່ນ