ອີຣັກ ກ່າວຫາ IS ຂ້າສັງຫານສາມັນຊົນນັບສິນຄົນຢູ່ Mosul
(ພາບປະກອບ)
(vovworld) - ວັນທີ 26/03 ກອງທັບ ອີຣັກ ໄດ້ກ່າວຫາພວກກະບົດລັດອິດສະລາມ (IS) ອ້າງຊື່ເອງ ຂ້າສັງຫານສາມັນຊົນນັບສຶບຄົນຢູ່ເຮືອນຫລັງໜຶ່ງ ທາງທິດຕາເວັນຕົກນະຄອນ Mosul. ຖະແຫຼງການຂອງກອງບັນຊາການບັນດາບັ້ນຮົບປະສົມໄດ້ຍົກອອກຄຳກ່າວຫານີ້ ພ້ອມທັງປະຕິເສດເລື່ອງເຮືອນດັ່ງກ່າວ ຖືກເຮືອບິນຂອງທະຫານປະສົມບຸກໂຈມຕີ. ຕາມຖະແຫຼງການແລ້ວ ນັກຊ່ຽວຊານກຸ່ມໜຶ່ງຖືກຈັດໄປຍັງສະຖານທີ່ເກີດເຫດຢູ່ເຮືອນຖືກທຳລາຍທາງທິດຕາເວັນຕົກນະຄອນ Mosul ໄດ້ພົບເຫັນບັນດາຝາເຮືອນລ້ວນແຕ່ຖືກ IS ວາງລະເບີດ.