ອີຣັກ ປົດປ່ອຍນະຄອນ Tal Afar ຢ່າງສົມບຸນ
(VOVWORLD) - ວັນທີ 27 ສິງຫາ, ບັນດາກຳລັງປ້ອງກັນຄວາມສະຫງົບ ອີຣັກ ປົດປ່ອຍນະຄອນ Tal Afar ຢ່າງສົມບູນ ພາຍຫລັງດຳເນີນການສູ້ຮົບທີ່ແກ່ຍາວເປັນເວລາ 8 ວັນ ກວດລ້າງອົງການ “ລັດອິດສະລາມ” (IS) ອອກຈາກນະຄອນນີ້.
(ພາບປະກອບ AFP/TTXVN) |
ການໄຊຊະນະນີ້ ຊ່ວຍໃຫ້ກຳລັງປ້ອງກັນຄວາມສະຫງົບ ອີຣັກ ກ້າວໄປໃກ້ກັບເປົ້າໝາຍປົດປ່ອຍເຂດ Tal Afar ຢ່າງສົນບູນ, ນີ້ແມ່ນໜຶ່ງໃນບັນດາກຳແພງເຮືອນຮັງສຸດທ້າຍ ໂດຍ IS ຄວບຄຸມຢູ່ ອີຣັກ. ປະຈຸບັນ, ບັນດາພົນທະຫານ ແລະ ລົດຫຸ້ມເກາະພວມສືບຕໍ່ໄປທາງທິດເໜືອກ້າວໄປເຖິງເທດສະບານເມືອງ Ayadhiyah ປະຈຸບັນ ໂດຍ IS ຄວບຄຸມ ແລະ ບາງໝູ່ບ້ານຢູ່ອ້ອມຂ້າງ. Ayadhiyah ແມ່ນໜຶ່ງໃນ 3 ເທດສະບານເມືອງ ພ້ອມກັບບັນດາໝູ່ບ້ານອ້ອມຂ້າງນະຄອນ Tal Afar ສ້າງເປັນເຂດ Tal Afar ທີ່ກ້ວາງໃຫຍ່.