ອີຣັກ: ສໍາພັນ​ທະ​ມິດ​ສາກົນ ດັບ​ສູນ ຫົວໜ້າກຸ່ມ IS

(VOVWORLD) - ທ່ານ Mutaz al – Jubouri ເຊິ່ງເປັນຜູ້ນໍາຂອງອົງການລັດ ອິດສະລາມ (IS) ຢູ່ ອີຣານ ຖືກດັບສູນໃນການບຸກໂຈມຕີທາງອາກາດຂອງ ສໍາພັນທະມິດ ຕ້ານ IS, ຢູ່ເຂດ Deir al – Zour ທາງທິດຕາເວັນອອກ ຊີຣີ.
ອີຣັກ: ສໍາພັນ​ທະ​ມິດ​ສາກົນ ດັບ​ສູນ ຫົວໜ້າກຸ່ມ IS - ảnh 1 ບັນດາສະມາຊິກ IS (ພາບປະກອບ: eg24.news/TTXVN)

        ວັນທີ 26 ພຶດສະພາ, ກົມຕ້ານການກໍ່ການຮ້າຍຂອງ ອີຣັກ (CTS) ໃຫ້ຮູ້ວ່າ ທ່ານ Mutaz al – Jubouri ເຊິ່ງເປັນຜູ້ນໍາຂອງອົງການລັດ ອິດສະລາມ (IS) ຢູ່ ອີຣານ ຖືກດັບສູນໃນການບຸກໂຈມຕີທາງອາກາດຂອງ ສໍາພັນທະມິດ ຕ້ານ IS, ຢູ່ເຂດ Deir al – Zour ທາງທິດຕາເວັນອອກ ຊີຣີ.

        ກ່ອນທີ່ຈະຖືກດັບສູນ, Mutaz al – Jubouri ຖືກຕິດຕາມທັງຢູ່ພາຍໃນປະເທດ ອີຣັກ ແລະ ຢູ່ຕ່າງປະເທດ. ເປົ້າໝາຍຄົນນີ້ ມີໜັງສືຜ່ານແດນຫຼາຍສະບັບ ແລະ ບັດປະຈໍາຕົວ ຫຼາຍບັດ ແລະ ບໍ່ເຄີຍຕິດຕໍ່ຜ່ານທາງໂທລະສັບຈັກເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ