ອີຣັກຮັບບັນດາເຮືອບິນສູ້ຮົບທຳອິດໂດຍລັດເຊຍສະໜອງ
ເຮຶືອບິນ Su 25
(ພາບ: AFP)
(vovworld) - ວັນທີ 29/6, ກະຊວງປ້ອງກັນປະເທດ ອີຣັກ ປະກາດວ່າ: ປະເທດນີ້ໄດ້ຮັບບັນດາເຮືອບິນສຸ້ຮົບ Sukhoi ຄັ້ງທຳອິດໂດຍ ລັດເຊຍ ສະໜອງໃຫ້ບັນດາກຳລັງປ້ອງກັນຄວາມສະຫງົບ ອີຣັກ ເພື່ອຕ້ານທະຫານກະບົດຊາວຊັນນີ. ເຮືອບິນ Sukhoi – 25 ຈຳນວນ 5 ລຳດັ່ງກ່າວຈະຖືກນຳໃຊ້ໃນ 2 – 3 ວັນຈະມາເຖິງ, ເພື່ອແນໃສ່ເພີ່ມທະວີກຳລັງແຮງໃຫ້ກອງທັບອາກາດ ແລະ ໜູນຊ່ວຍບັນດາກຳລັງປ້ອງກັນຄວາມສະຫງົບທີ່ປະຕິບັດໜ້າທີ່ລົບລ້າງລັດທິກໍ່ການຮ້າຍຢູ່ະເທດນີ້. ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີ ອີຣັກ Nouri al – Maliki ໃຫ້ຮູ້ວ່າ: ລັດຖະບານປະເທດນີ້ໄດ້ເຊັນສັນຍາກັບ ລັດເຊຍ ແລະ ເບລາຣຸດ ຊື້ເຮືອບິນສູ້ຮົບເກົ່າ, ທີ່ມີມຸນຄ່າປະມານ 500 ລ້ານ USD. ອີຣັກຕົກເຂົ້າສູ່ສະພາບຂາດສະຖຽນລະພາບໃນກ່ວາ 2 ອາທິດຜ່ານມາ, ເມື່ອບັນດາມືປືນລຸກຮື້ຂຶ້ນຊາວ ຊັນນີ ໂດຍກຸ່ມຄົນທີ່ຂະໜານນາມວ່າ “ລັດອິດສະລາມ ອີຣັກ ແລະ ຊາວ Levant” (ISIL) ນຳໜ້າໄດ້ປຸກລະດົມການບຸກໂຈມຕີໂດຍບັງເອີນ ແລະ ໄດ້ຄວບຄຸມເຂດຕ່າງໆທາງພາກເໜືອ ແລະ ພາກຕາເວັນຕົກຂອງປະເທດນີ້.