(vovworld) - ທ່ານ Ebrahim Agha – Mohammadi, ສະມາຊິກສະພາແຫ່ງຊາດ ອີຣານ ຫາກໍໃຫ້ຮູ້ວ່າ: ກຳມະທິການນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງແຫ່ງຊາດຂອງສະພາແຫ່ງຊາດປະເທດນີ້ ໄດ້ກະກຽມຮ່າງກົດໝາຍ ຮຽກຮ້ອງໃຫ້ປິດຊ່ອງທະເລ Hormuz ເພື່ອຄັດຄ້ານຄຳສັ່ງຂວ້ຳບາດນ້ຳມັນຂອງ ສະຫະພາບ ເອີລົບທີ່ມີຕໍ່ ອີຮານ. ຕາມທ່ານ Agha – Mohammadi ແລ້ວ, ຮ່າງກົດໝາຍນີ້ ໄດ້ຮັບລາຍເຊັນຈາກສະມາຊິກສະພາແຫ່ງຊາດ 100 ທ່ານ ໃນຈຳນວນ 290 ທ່ານ ເມື່ອທ້າຍອາທິດຜ່ານມາ ແລະ ຈະໄດ້ຍືນສະເໜີຕໍ່ສະພາແຫ່ງຊາດໃນໄວໆນີ້. ເລື່ອງປະຕິບັດອະທິປະໄຕເຂດນ່ານທະເລຂອງຕົນ ແມ່ນ ມາດຕະການງ່າຍດາຍທີ່ສຸດ ເຊິ່ງ ອີຣານອາດຈະຍົກອອກມາເພື່ອຮັບມືກັບການເຄື່ອນໄຫວ “ບໍ່ມີຄວາມຍຸດຕິທຳ” ຂອງບັນດາປະເທດຕ້ານ ອີຣານ.
ກ່ອນໜ້ານັ້ນ, ເຈົ້າໜ້າທີ່ການທະຫານ ແລະ ລັດຖະບານ ອີຣານ ຈຳນວນໜຶ່ງກໍໄດ້ກ່າວເຕືອນຈະນຳໃຊ້ທຸກໆ ມາດຕະການ, ພິເສດແມ່ນເລື່ອງປິດຊ່ອງທະເລ Hormuz, ຖ້າຫາກ ຝ່າຍຕາເວັນຕົກເພີ່ມທະວີບັນດາມາດຕະການລົງໂທດທີ່ມີຕໍ່ ອີຣານ, ສົ່ງຜົນເສຍຫາຍເຖິງຜົນປະໂຫຍດຂອງປະເທດ ສ. ອິດສະລາມນີ້.