ອີຣານ ກ່າວເຕືອນບັນດາເຂດທະເລສາກົນ ຈະບໍ່ມີຄວາມໝັ້ນຄົງ ຖ້າ Tehran ບໍ່ສາມາດສົ່ງອອກນ້ຳມັນບໍ່

(VOVWORLD) -  ວັນທີ 21 ສິງຫາ, ທ່ານປະທານາທິບໍດີ ອີຣານ Hassan Rouhani ຖະແຫຼງວ່າ ຖ້າບໍ່ໃຫ້ ອີຣານ ສົ່ງອອກນ້ຳມັນບໍ່ ບັນດາເຂດທະເລສາກົນ ຈະບໍ່ມີຄວາມໝັ້ນຄົງຄືແຕ່ກ່ອນ, ພ້ອມທັງກ່າວເຕືອນ ວໍຊິງຕັນ ວ່າບໍ່ຄວນເພີ່ມທະວີກຳລັງກົດດັນຕໍ່ Tehran.
ອີຣານ ກ່າວເຕືອນບັນດາເຂດທະເລສາກົນ ຈະບໍ່ມີຄວາມໝັ້ນຄົງ ຖ້າ Tehran ບໍ່ສາມາດສົ່ງອອກນ້ຳມັນບໍ່ - ảnh 1ອີຣານ ກ່າວເຕືອນບັນດາເຂດທະເລສາກົນ ຈະບໍ່ມີຄວາມໝັ້ນຄົງ ຖ້າ Tehran ບໍ່ສາມາດສົ່ງອອກນ້ຳມັນບໍ່ (ພາບ: IRNA/TTXVN)

        ກ່າວຄຳເຫັນທີ່ການພົບປະກັບມະຫາສັງຄະນາຍົກ ອີຣານ ທ່ານ Ali Khamenei, ທ່ານປະທານາທິບໍດີ Hassan Rouhani ເນັ້ນໜັກວ່າ: “ໂລກຮັບຮູ້ວ່າ ໃນກໍລະນີນ້ຳມັນບໍ່ຖືກຂວ້ຳບາດຢ່າງສົມບູນ ແລະ ການສົ່ງອອກນ້ຳມັນຂອງ ອີຣານ ຖືກຫລຸດຜ່ອນລົງຢູ່ໃນລະດັບເລກ 0 ນັ້ນ, ບັນດາເຂດທະເລສາກົນ ຈະບໍ່ມີຄວາມໝັ້ນຄົງຄືແຕ່ກ່ອນ”. ທ່ານ Hassan Rouhani ກໍ່ກ່າວຕື່ມອີກວ່າ: “ກຳລັງດັນຕ້ານ ອີຣານ ພຽງແຕ່ຝ່າຍດຽວ ບໍ່ອາດມີຜົນປະໂຫຍດໃຫ້ ອາເມລິກາ ແລະ ຈະບໍ່ຮັບປະກັນຄວາມໝັ້ນຄົງໃຫ້ເຂົາເຈົ້າໃນພາກພື້ນ ກໍ່ຄືໃນໂລກ”.

ຕອບກັບ

ຂ່າວ/ບົດ​ອື່ນ