(vovworld) – ວັນທີ 20/6, ຊ່ອງໂທລະພາບແຫ່ງຊາດ ອີຣານ ໃຫ້ຮູ້ວ່າ: ອີຣານ ໄດ້ຕົກລົງກໍ່ສ້າງເຕົານິວເຄຼຍແຫ່ງໃໝ່ຢູ່ທາງພາກໃຕ້ປະເທດນີ້. ເຕົານິວເຄຼຍແຫ່ງໃໝ່ດັ່ງກ່າວໃກ້ກັບເຂດ Zarghan, ຫາງຈາກນະຄອນຫຼວງ ເຕເຮຣານ ໄປທາງທິດໃຕ້ປະມານ 670 ກມ. ເລື່ອງກໍ່ສ້າງເຕົານິວເຄຼຍແຫ່ງໃໝ່ນີ້ແມ່ນເພື່ອແນໃສ່ຮັບໃຊ້ຂົງເຂດແພດສາດ ແລະ ກະສິກຳ. ຊ່ອງໂທລະພາບແຫ່ງຊາດ ອີຣານ ບໍ່ໃຫ້ຮູ້ວັນເວລາຈະກໍ່ສ້າງເຕົານິວເຄຼຍດັ່ງກ່າວ. ແຕ່ຕາມແຫຼ່ງຂ່າວແລ້ວ, ເຕົານິວເຄຼຍນີ້ມີຂອບຂະໜາດຄ້າຍຄືກັບເຕົານິວເຄຼຍຮັບໃຊ້ການເຄື່ອນໄຫວດ້ານການແພດ ຢູ່ນະຄອນຫຼວງ ເຕເຮຣານ. ແຫຼ່ງຂ່າວນີ້ໄດ້ຖືວ່າ ອາດຈະພາໃຫ້ເກີດປະຕິກິລິຍາທີ່ຮຸນແຮງຂອງບັນດາປະເທດ ຝ່າຍຕາເວັນຕົກ ທີ່ຍັງມີຄວາມສົງໄສກ່ຽວກັບການເຄື່ອນໄຫວນິວເຄຼຍ ຂອງ ອີຣານ.