ອີຣານ ຕີລາຄາວ່າ ຂໍ້ຕົກລົງນິວເຄຼຍ ໄດ້ກາຍເປັນບໍ່ມີຄວາມໝາຍໃນບາງຂົງເຂດ
(VOVWORLD) -ວັນທີ 16 ກຸມພາ, ທ່ານ Ali Shamkhani ເລຂາສະພາປ້ອງກັນຄວາມສະຫງົບແຫ່ງຊາດສູງສຸດ ອີຣານ ຖືວ່າ ຂໍ້ຕົກລົງນິວເຄຼຍ ທີ່ໄດ້ລົງນາມໃນປີ 2015 ລະຫວ່າງປະເທດນີ້ ກັບບັນດາປະເທດມະຫາອຳນາດໃນໂລກ ແມ່ນບໍ່ມີຄວາມໝາຍແລ້ວ.
ທ່ານ Ali Shamkhani ເລຂາສະພາປ້ອງກັນຄວາມສະຫງົບແຫ່ງຊາດສູງສຸດ ອີຣານ (ພາບ: TTXVN) |
ລະອຽດແມ່ນ, ທ່ານ Ali Shamkhani ໃຫ້ຂໍ້ສັງເກດວ່າ ອາເມລິກາ ແລະ ບັນດາປະເທດ ເອີລົບ ບໍ່ປະຕິບັດບັນດາພັນທະທີ່ໄດ້ລະບຸໃນຂໍ້ຕົກລົງທີ່ເອີ້ນວ່າ ແຜນການເຄື່ອນໄຫວຮ່ວມຮອບດ້ານ (JCPOA). ດັ່ງນັ້ນ, ເມື່ອພິຈາລະນາກ່ຽວກັບບັນດາຜົນກະທົບດ້ານເສດຖະກິດທີ່ມີຕໍ່ອີຣານ ແລະ ເລື່ອງຍົກເລີກບັນດາມາດຕະການລົງໂທດເລັ່ງໃສ່ປະເທດນີ້ ເຫັນໄດ້ວ່າ ປັດຈຸບັນ ຂໍ້ຕົກລົງດັ່ງກ່າວມີແຕ່ເປືອກນອກ. ເຈົ້າໜ້າທີ່ທ່ານນີ້ຢັ້ງຢືນວ່າ ອີຣານ ຈະບໍ່ດຳເນີນບໍ່ວ່າການເຈະລຈາໃດຢູ່ນອກຂອບເຂດຂອງຂໍ້ຕົກລົງກັບ “ປະເທດອາເມລິກາ ທີ່ບໍ່ປະຕິບັດຕາມຄຳໝັ້ນສັນຍາ ແລະ ເອີລົບທີ່ບໍ່ມີຄວາມເປັນເຈົ້າການ”.
ວັນທີ 16 ກຸມພາ, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ ໄດ້ຮຽກຮ້ອງໃຫ້ສະພາແຫ່ງຊາດ ອາເມລິກາ ປະກາດໃຊ້ແຈ້ງການທາງການເມືອງວ່າ ວໍຊິງຕັນ ໃຫ້ຄຳໝັ້ນສັນຍາຈະປະຕິບັດຕາມຂໍ້ຕົກລົງຖ້າຫາກວ່າ ບັນດາຝ່າຍທີ່ເຂົ້າຮ່ວມການເຈລະຈາຢູ່ ວຽນນາ ບັນລຸໄດ້ຂໍ້ຕົກລົງເພື່ອແນໃສ່ຟື້ນຟູ JCPOA. ທ່ານຢັ້ງຢືນຄືນວ່າ ອີຣານຍາມໃດກໍ່ສະແດງບັນດາຄຳໝັ້ນສັນຍາຢ່າງຈະແຈ້ງ ແລະ ບັນດາປະເທດທີ່ຍັງເຫຼືອ ບໍ່ຕ້ອງມີຄວາມວິຕົກກັງວົນກ່ຽວກັບບັນຫານີ້ ແລະ ກົງກັນຂ້າມ, ເຕເຮຣານ ຮູ້ສຶກວ່າຍັງບໍ່ທັນມີຄວາມຮັບປະກັນ, ທຳອິດແມ່ນຈາກຝ່າຍອາເມລິກາ.