ອີຣານ ບໍ່ຂາຍນ້ຳມັນໃຫ້ບັນດາ ປະເທດບໍ່ໃກ້ຊິດສະໜິດສະໜົມ

ອີຣານ ບໍ່ຂາຍນ້ຳມັນໃຫ້ບັນດາ ປະເທດບໍ່ໃກ້ຊິດສະໜິດສະໜົມ - ảnh 1

ສຳນັກງານ​ກະຊວງ​ນ້ຳມັນ​ບໍ່ ອີ​ຣານ

(ພາບ:tienphong.vn)

( vovworld ) –ວັນ​ທີ 20/2, ອີ​ຮານ​ ສືບ​ຕໍ່ປະກາດ​ຈະ​ຢຸດການ​ສະໜອງ​ນ້ຳມັນ​ໃຫ້​ບາງ​ປະ​ເທດ​ເອີ​ລົບ ຖ້າ​ຫາກ​ບັນດາ​ປະ​ເທດ​ນີ້​ຍັງ​ມີ​ການ​ກະທຳ “ບໍ່​ສະໜິດສະໜົມ​“ ກັບ ອີຣານ. ຕາມ​ທ່ານ Javad Ouji ຮອງລັດຖະມົນຕີກະຊວງ​ນຳມັນ​ບໍ່ ອີຣານ ​ແລ້ວ, ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ອີຣານ ຈະ​ຊອກ​ຫາ​ບັນດາ​ລູກ​ຄ້າ​ໃໝ່​. ກ່ອນ​ໜ້ານັ້ນ, ອີຣານ ​ໄດ້​ຢຸດ​ການ​ສະໜອງ​ນຳມັນ​ໃຫ້​ອັງກິດ ​ແລະ ຝະລັ່ງ ​ເພື່ອ​ແກ້​ແຄ້ນ​ເລື່ອງ​ສະຫະພາບ​ເອີ​ລົບ ຮັດ​ແໜ້ນ​ຄຳ​ສັ່ງ​ລົງ​ໂທດ​ດ້ານ​ເສດຖະກິດ​ທີ່​ມີ​ຕໍ່ ອີຣານ. ​ໃນ​ເດືອນ​ກ່ອນ, ສະຫະພາບ​ເອີ​ລົບ​ຕົກລົງ​ຈັດ​ວາງ​ຄຳ​ສັ່ງ​ຂວ້ຳບາດ​ນ້ຳມັນ​ບໍ່​ສຳລັບປະ​ເທດ​ສາທາລະນະ​ລັດ​ອິດ​ຊະລາ​ມນີ້ ນັບ​ແຕ່​ວັນ​ທີ 1/7 ທີ່​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ