ອີ​ຣານ​ ປະ​ກາດ ໂຕ້​ຕອບ​ບັນ​ດາ​​ມາ​ດ​ຕະ​ການຄຳ​ສັ່ງ​ລົງ​ໂທດ​ໃໝ່​ຂອງ​ຝ່າຍ​ຕາ​ເວັນ​ຕົກ

(VOVWORLD) - ອີຣານ ໄດ້ປະຕິເສດ ຂໍ້ກ່າວຫາ ໂດຍ 3 ປະເທດຝ່າຍຕາເວັນຕົກ ຍົກອອກມາກ່ຽວກັບການຂົນສົ່ງອາວຸດ ເພື່ອໃຫ້ລັດເຊຍ ນຳໃຊ້ເຂົ້າໃນການປະທະກັນກັບ ຢູແກຼນ.
ອີ​ຣານ​ ປະ​ກາດ ໂຕ້​ຕອບ​ບັນ​ດາ​​ມາ​ດ​ຕະ​ການຄຳ​ສັ່ງ​ລົງ​ໂທດ​ໃໝ່​ຂອງ​ຝ່າຍ​ຕາ​ເວັນ​ຕົກ - ảnh 1ທ່ານ Nasser Kanani ໂຄສົກກະຊວງການຕ່າງປະເທດ ອີຣານ (ພາບ: IRNA/TTXVN)

ອີຣານຈະໂຕ້ຕອບບັນດາມາດຕະການລົງໂທດໃໝ່ໂດຍອັງກິດ, ຝລັ່ງ ແລະ ເຢຍລະມັນຈັດວາງ ດ້ວຍຂໍ້ກ່າວຫາ ອີຣານ ໄດ້ສະໜອງລູກສອນໄຟໄລຍະສັ້ນ ໃຫ້ແກ່ລັດເຊຍ ເພື່ອນຳໃຊ້ເຂົ້າໃນການປະທະກັນກັບ ຢູແກຼນ. ວັນທີ 10 ກັນຍາ, ທ່ານ Nasser Kanani ໂຄສົກກະຊວງການຕ່າງປະເທດ ອີຣານໄດ້ປະກາດວ່າ ອີຣານຄັດຄ້ານການກະທຳຂອງ 3 ປະເທດເອີລົບ ແລະ ຖືການກະທຳນີ້ແມ່ນການກະທຳຕ້ານປະຊາຊົນ ອີຣານ, ດັ່ງນັ້ນ ອີຣານ ຈະມີການກະທຳໂຕ້ຕອບທີ່ສົມຄວນ.

ກ່ອນໜ້ານັ້ນ, ອັງກິດ, ຝລັ່ງ ແລະ ເຢຍລະມັນ ໄດ້ຖະແຫຼງຈະດຳເນີນບັນດາມາດຕະການລົບລ້າງ ຂໍ້ຕົກລົງການບໍລິການທາງການບິນກັບ ອີຣານ ແລະ ມຸ່ງໄປເຖິງການຈັດວາງໃສ່ຄຳສັ່ງລົງໂທດບໍລິສັດການບິນ Iran Air ຂອງປະເທດ ສາທາລະນະລັດ ອິດສະລາແອັນ. ໄປຄຽງຄູ່ກັນນັ້ນ, ບັນດາປະເທດກໍ່ຈະຈັດວາງບັນດາຄຳສັ່ງລົງໂທດ “ຕໍ່ອົງການຈັດຕັ້ງ ແລະ ສ່ວນບຸກຄົນທີ່ກ່ຽວຂ້ອງເຖິງໂຄງການ ລູກສອນໄຟນຳວິຖີຂອງອີຣານ, ກໍ່ຄືການສົ່ງລູກສອນໄຟນຳວິຖີ ແລະ ອາວຸດຕ່າງໆໃຫ້ແກ່ ລັດເຊຍ”.

ອີຣານ ໄດ້ປະຕິເສດ ຂໍ້ກ່າວຫາ ໂດຍ 3 ປະເທດຝ່າຍຕາເວັນຕົກ ຍົກອອກມາກ່ຽວກັບການຂົນສົ່ງອາວຸດ ເພື່ອໃຫ້ລັດເຊຍ ນຳໃຊ້ເຂົ້າໃນການປະທະກັນກັບ ຢູແກຼນ. ທ່ານ Kanani ເນັ້ນໜັກວ່າ ທຸກຂໍ້ກ່າວຫາວ່າ ອີຣານ “ຂາຍລູກສອນໄຟນຳວິຖີໃຫ້ແກ່ສະຫະພັນ ລັດເຊຍແມ່ນໄຮ້ບ່ອນອີງ ແລະ ບໍ່ຖືກຕາມມູນຄວາມຈິງ”.

ຕອບກັບ

ຂ່າວ/ບົດ​ອື່ນ