ອີຣານ ປະກາດການກຳນົດເວລາ ເພື່ອໃຫ້ບັນດາປະເທດເຊັນ JCPOA ປົກປ້ອງຂໍ້ຕົກລົງ

(VOVWORLD) - ທ່ານ Hassan Rouhani  ເນັ້ນໜັກວ່າ: ປະເທດນີ້ຍັງຄົງໃຫ້ຄຳໝັ້ນສັນຍາເຄົາລົບ JCPOA  ແລະ ພ້ອມແລ້ວທີ່ຈະພົບປະເຈລະຈາ.

ວັນທີ 14 ສິງຫາ, ທ່ານປະທານາທິບໍດີ ອີຣານ Hassan Rouhani ໃຫ້ຮູ້ວ່າ: ຖ້າຫາກ ເຕເຮຣານ ກ້າວໄປເຖິງໄລຍະທີ 3 ຂອງເລື່ອງຫລຸດການປະຕິບັດບັນດາພັນທະຕາມແຜນການດຳເນີນງານຮ່ວມຮອບດ້ານ (JCPOA), ບັນດາປະເທດເຂົ້າຮ່ວມການລົງນາມໃນຂໍ້ຕົກລົງນິວເຄຼຍນີ້ ຈະມີເວລາ 60 ວັນຕື່ມອີກ ເພື່ອປະຕິບັດບັນດາຄວາມຮຽກຮ້ອງຕ້ອງການຂອງ ອີຣານ ໃຫ້ສົມບູນແບບ ແລະ ປົກປ້ອງຂໍ້ຕົກລົງ.

ອີຣານ ປະກາດການກຳນົດເວລາ ເພື່ອໃຫ້ບັນດາປະເທດເຊັນ JCPOA ປົກປ້ອງຂໍ້ຕົກລົງ - ảnh 1 ທ່ານປະທານາທິບໍດີ ອີຣານ Hassan Rouhani  (ພາບ: AFP/TTXVN)

        ໃນກອງປະຊຸມຂອງລັດຖະບານ ອີຣານ, ທ່ານ Hassan Rouhani ຊີ້ແຈ້ງວ່າ ຖ້າຫາກໄລຍະທີ 2 ຜ່ານໄປ ແຕ່ບໍ່ນຳມາເຊິ່ງບໍ່ວ່າໝາກຜົນໃດໆ, ເຕເຮຣານ ຈະກ້າວໄປເຖິງໄລຍະທີ 3 ແລະ ຈະສະຫງວນເວລາ 60 ວັນຕື່ມອີກເພື່ອໃຫ້ບັນດາຝ່າຍຊອກຫາມາດຕະການໜຶ່ງໃຫ້ເໝາະສົມ, ຖືກຕ້ອງ ແລະ ມີຄວາມດຸ່ນດ່ຽງ ແນໃສ່ແກ້ໄຂບັນຫາ. ທ່ານ Hassan Rouhani  ເນັ້ນໜັກວ່າ: ປະເທດນີ້ຍັງຄົງໃຫ້ຄຳໝັ້ນສັນຍາເຄົາລົບ JCPOA  ແລະ ພ້ອມແລ້ວທີ່ຈະພົບປະເຈລະຈາ.

ຕອບກັບ

ຂ່າວ/ບົດ​ອື່ນ