ອີຣານ ພ້ອມແລ້ວທີ່ຈະຊ່ວຍຊຸກຍູ້ການພົວພັນລະຫວ່າງ ອີຢູ ແລະ ບັນດາປະເທດໃນພາກພື້ນ
(VOVWORLD) - ອີຣານ ພ້ອມແລ້ວທີ່ຈະຊ່ວຍສ້າງຕັ້ງການພົວພັນຢ່າງສະໜິດສະໜົມລະຫວ່າງບັນດາປະເທດໃນພາກພື້ນກັບ ສະຫະພາບເອີຣົບ (ອີຢູ).
ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Hossein Amir-Abdollahian ກ່າວຄຳເຫັນທີ່ການຖະແຫຼງຂ່າວຢູ່ ເຕເຮຣານ, ອີຣານ (ພາບ: AFP/TTXVN) |
ວັນທີ 10 ກັນຍາ, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Hossein Amir-Abdollahian ຢັ້ງຢືນວ່າ ອີຣານ ພ້ອມແລ້ວທີ່ຈະຊ່ວຍສ້າງຕັ້ງການພົວພັນຢ່າງສະໜິດສະໜົມລະຫວ່າງບັນດາປະເທດໃນພາກພື້ນກັບ ສະຫະພາບເອີຣົບ (ອີຢູ). ຕາມຖະແຫຼງການຂອງກະຊວງການຕ່າງປະເທດ ອີຣານ ແລ້ວ, ທ່ານ Hossein Amir-Abdollahian ໄດ້ຍົກອອກຄຳປາໄສດັ່ງກ່າວ ໃນການພົບປະກັບຜູ້ຕາງໜ້າພິເສດຂອງ ອີຢູ ຢູ່ເຂດອ່າວ ເປີເຊຍ, ທ່ານ Luigi Di Maio, ທີ່ນະຄອນຫຼວງ ເຕເຮຣານ ຂອງ ອີຣານ.
ທ່ານລັດຖະມົນຕີການຕ່າງປະເທດ Hossein Amir-Abdollahian ໃຫ້ຮູ້ວ່າ ອີຣານ ຊົມເຊີຍບໍ່ວ່າຂໍ້ລິເລີ່ມໃດຂອງ ອີຢູ ທີ່ແນໃສ່ເພີ່ມທະວີການຮ່ວມມືລະຫວ່າງ ສະຫະພາບ ເອີຣົບ ກັບບັນດາປະເທດໃນພາກພື້ນ.
ສ່ວນຜູ້ຕາງໜ້າພິເສດຂອງ ອີຢູ ໄດ້ເນັ້ນວ່າ ເວທີປາໄສສົນທະນາ ແລະ ຮ່ວມມືລະຫວ່າງບັນດາປະເທດໃນພາກພື້ນແມ່ນມີຄວາມສຳຄັນ. ທ່ານ Luigi Di Maio ຖືວ່າ ການຫັນການພົວພັນລະຫວ່າງ ອີຣານ ແລະ ອາຣັບບີ ຊະອຸດິ ເປັນປົກກະຕິ ແມ່ນເພື່ອຜົນປະໂຫຍດຂອງພາກພື້ນ.
ໃນການພົບປະ, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງການພັດທະນານິວເຄຼຍຂອງ ອີຣານ ແລະ ການຍົກເລີກບັນດາຄຳສັ່ງລົງໂທດສຳລັບປະເທດນີ້.