ອີຣານ ຢັ້ງຢືນແກ້ໄຂບັນຫາເສດຖະກິດຢ່າງເປັນເອກະລາດກັບການເຈລະຈານິວເຄຼຍ
(VOVWORLD) - ວັນທີ 29 ສິງຫາ, ທ່ານປະທານາທິບໍດີ ອີຣານ Ebranhim Raisi ເນັ້ນໜັກວ່າ ການແກ້ໄຂບັນດາບັນຫາເສດຖະກິດແມ່ນເປັນເອກະລາດກັບບັນດາການເຈລະຈານິວເຄຼຍ.
ທ່ານປະທານາທິບໍດີ ອີຣານ Ebranhim Raisi (ພາບ: THX/TTXVN) |
ກ່າວຄຳເຫັນທີ່ກອງປະຊຸມຄັ້ງປະຖົມມະລຶກຂອງລັດຖະບານ ນັບແຕ່ເມື່ອຂຶ້ນນຳພາປະເທດ, ທ່ານປະທານາທິບໍດີ Ebrahim Raisi ຖືວ່າ ຄວນແຍກບັນດາບັນຫາເສດຖະກິດຂອງປະເທດຊາດກັບບັນດາການເຈລະຈານິວເຄຼຍ ແລະ ລັດຖະບານ ຄວນພິຈາລະນາບັນຫານີ້. ຕາມທ່ານປະທານາທິບໍດີ ອີຣານ, ມາດຕະຖານສຳຄັນເພື່ອຍົກອອກຄຳຕັດສິນນີ້ແມ່ນຕ້ອງເສີມຂະຫຍາຍກຳລັງແຮງພາຍໃນ ກໍຄືບັນດາກຳລັງແຮງໜຸ່ມ ແລະ ຕັ້ງໜ້າຢູ່ພາຍໃນປະເທດ. ລັດຖະບານ ໃຫ້ຄຳໝັ້ນສັນຍາຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອແກ້ໄຂບັນດາບັນຫາເສດຖະກິດ, ປົວແປງຊີວິດການເປັນຢູ່ຂອງປະຊາຊົນໃນສະພາບການທີ່ບັນດາປະເທດສືບຕໍ່ປະຕິບັດຄຳສັ່ງລົງໂທດສຳລັບປະເທດ ສາທາລະນະລັດ ອິດສະລາມ ນີ້ ກໍຄື ບັນດາຜົນກະທົບຈາກໂລກລະບາດໂຄວິດ - 19.