ອີ​ຣານ ​ຢາກ​ສືບ​ຕໍ່​ຮ່ວມ​ມື ກັບ IAEA ເພື່ອ​ແກ້​ໄຂ​ບັນ​ດາ​​ຂໍ້​ຕິດ​ຂັດ

(VOVWORLD) -ຖະແຫຼງການຂອງ ອີຣານ ໄດ້ຍົກອອກມາພາຍຫຼັງທ່ານ Rafael Grossi ຜູ້ອຳນວຍການ IAEA ຖືວ່າ ການໄປປະຕິບັດງານຢູ່ ເຕເຮຣານ ຂອງທ່ານ ບໍ່ໄດ້ຄືດັ່ງຫວັງ ເມື່ອບໍ່ສາມາດບັນລຸໄດ້ຂໍ້ຕົກລົງກັບອີຣານ ກ່ຽວກັບບັນດາບັນຫາສຳຄັນ
ອີ​ຣານ ​ຢາກ​ສືບ​ຕໍ່​ຮ່ວມ​ມື ກັບ IAEA ເພື່ອ​ແກ້​ໄຂ​ບັນ​ດາ​​ຂໍ້​ຕິດ​ຂັດ - ảnh 1ທ່ານ Rafael Grossi ຜູ້ອຳນວຍການ IAEA (ພາບ: IAEA)

ວັນທີ 25 ພະຈິກ, ທ່ານ Behrouz Kamalvandi ໂຄສົກອົງການພະລັງງານນິວເຄຼຍ ອີຣານ (AEOI) ໃຫ້ຮູ້ວ່າ ປະເທດນີ້ ຈະສືບຕໍ່ຮ່ວມມືກັບອົງການພະລັງງານປະລະມານູສາກົນ (IAEA) ເພື່ອແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງເຖິງໂຄງການນິວເຄຼຍ.

ຖະແຫຼງການຂອງ ອີຣານ ໄດ້ຍົກອອກມາພາຍຫຼັງທ່ານ Rafael Grossi ຜູ້ອຳນວຍການ IAEA ຖືວ່າ ການໄປປະຕິບັດງານຢູ່ ເຕເຮຣານ ຂອງທ່ານ ບໍ່ໄດ້ຄືດັ່ງຫວັງ ເມື່ອບໍ່ສາມາດບັນລຸໄດ້ຂໍ້ຕົກລົງກັບອີຣານ ກ່ຽວກັບບັນດາບັນຫາສຳຄັນ, ໃນນັ້ນມີການຟື້ນຟູສິດສຳຜັດກັບຮາກຖານນິວເຄຼຍແຫ່ງໜຶ່ງຂອງປະເທດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ