ອີຣານ ຫຼຸດຜ່ອນກຳລັງຄວາມສາມາດເສີມທາດຢູລານຽມ ຖ້າຫາກບັນລຸໄດ້ຂໍ້ຕົກລົງຟື້ນຟູ JCPOA
(VOVWORLD) - ອີຣານ ໄດ້ແຈ້ງໃຫ້ຊາບວ່າ ຈະຫຼຸດຜ່ອນກຳລັງຄວາມສາມາດເສີມທາດຢູລານຽມ ແລະ ຈຳນວນຈັກພົ້ນສູນ ຖ້າຫາກວ່າການເຈລະຈາຮອບຕ່າງໆຢູ່ ວຽນ, ປະເທດໂອຕາລິດ ບັນລຸໄດ້ເປົ້າໝາຍຟື້ນຟູຂໍ້ຕົກລົງນິວເຄຼຍ ທີ່ໄດ້ລົງນາມໃນປີ 2015.
ຮາກຖານນິວເຄຼຍ Isfahan, ຂອງ ອີຣານ (ພາບ: AFP/TTXVN) |
ວັນທີ 06 ເມສາ, ອີຣານ ໄດ້ແຈ້ງໃຫ້ຊາບວ່າ ຈະຫຼຸດຜ່ອນກຳລັງຄວາມສາມາດເສີມທາດຢູລານຽມ ແລະ ຈຳນວນຈັກພົ້ນສູນ ຖ້າຫາກວ່າການເຈລະຈາຮອບຕ່າງໆຢູ່ ວຽນ, ປະເທດໂອຕາລິດ ບັນລຸໄດ້ເປົ້າໝາຍຟື້ນຟູຂໍ້ຕົກລົງນິວເຄຼຍ ທີ່ໄດ້ລົງນາມໃນປີ 2015. ໃນນັ້ນ, ອີຣານ ຈະບໍ່ອອກຂໍ້ຕົກລົງໃໝ່ ແຕ່ຈະສືບຕໍ່ປະຕິບັດຂໍ້ຕົກລົງທີ່ໄດ້ລົງນາມໃນປີ 2015 ກັບກຸ່ມ P5+1 ລວມມີ ອັງກິດ, ຝລັ່ງ, ອາເມລິກາ, ລັດເຊຍ, ຈີນ ແລະ ເຢຍລະມັນ ຫຼື ເອີ້ນວ່າ ແຜນການເຄື່ອນໄຫວຮ່ວມຮອບດ້ານ (JCPOA).
ໃນວັນທີ 6 ເມສາ, ອີຣານ ກໍແຈ້ງວ່າໄດ້ສົ່ງເອກະສານຕ່າງໆກ່ຽວກັບຮາກຖານນິວເຄຼຍ ຈຳນວນໜຶ່ງຂອງປະເທດນີ້ ທີ່ບໍ່ເຄີຍປະກາດໃຫ້ອົງການພະລັງງານປະລະມານູສາກົນ (IAEA), ການກະທຳນີ້ໄດ້ຮັບຖືວ່າ ເປັນການສືບຕໍ່ສ້າງເງື່ອນໄຂໃຫ້ແກ່ເປົ້າໝາຍຟື້ນຟູຂໍ້ຕົກລົງນິວເຄຼຍ.