ປະທານາທິບໍດີ ອີຣານMahmoud Ahmadinejad
ພາບ:internet
|
(vovword)- ວັນທີ 27/5, ໂຄສົກກະຊວງການຕ່າງປະເທດ ອີຣານ Ramin Mehmanparast ໃຫ້ຮູ້ວ່າ: ອີຣານ ອາດຈະຄິດໄລ່ຊັ່ງຊາເລື່ອງຢຸດຕິການເສີມທາດ uranium ໃນລະດັບ 20% ຖ້າຫາກບັນດາປະເທດຝ່າຍຕາເວັນຕົກຍອມຮັບໂຄງການນິວເຄຼຍ ຂອງປະເທດນີ້ ແມ່ນເພື່ອຮັບໃຊ້ຈຸດໝາຍພົນລະເຮືອນ. ສຳນັກຂ່າວສານອີຣານ IRNA ໄດ້ຄັດຄຳເວົ້າຂອງທ່ານ Ramin Mehmanparast ໂດຍເນັ້ນຫນັກວ່າ: ອີຣານ ໄດ້ເຂົ້າຮ່ວມສົນທິສັນຍາບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ ແລະ ເຕເຮຣານ ບໍ່ມີເຈດຈຳນົງຫັນໂຄງການນິວເຄຼຍເປັນບັນຫາການທະຫານ ພ້ອມກັນນັ້ນ ຍາມໃດກໍຖືເລື່ອງເສີມທາດ uranium ເພື່ອຈຸດປະສົງພົນລະເຮືອນແມ່ນສິດອັນຊອບທຳຂອງປະເທດນີ້.