ອີຣານ, ອາຣັບບີ ຊະອຸດິ ຮຽກຮ້ອງໃຫ້ ຊູແອັດ ສະກັດກັ້ນການກະທຳແຕະຕ້ອງຄຳພີ Koran
(VOVWORLD) - ໂຄສົກກະຊວງການຕ່າງປະເທດ ອີຣານ ຮຽກຮ້ອງໃຫ້ ຊູແອັດ ມີການກະທຳແທດຈິງ ຕ້ານຄືນບັນດາການກະທຳລົບຫຼູ່ຄຳພີ Koran ທີ່ເກີດຂຶ້ນຊ້ຳອີກຢູ່ປະເທດ ເອີຣົບເໜືອນີ້.
ປະຊາຊົນແຫ່ຂະບວນປະທ້ວງຄັດຄ້ານການກະທຳແຕະຕ້ອງຄຳພີ Koran, ຢູ່ນອກສະຖານທູດ ຊູແອັດ ປະຈຳ ອີຣານ (ພາບ: AFP/TTXVN) |
ວັນທີ 1 ຕຸລາ, ໂຄສົກກະຊວງການຕ່າງປະເທດ ອີຣານ ທ່ານ Nasser Kanaani ຮຽກຮ້ອງໃຫ້ ຊູແອັດ ມີການກະທຳແທດຈິງ ຕ້ານຄືນບັນດາການກະທຳລົບຫຼູ່ຄຳພີ Koran ທີ່ເກີດຂຶ້ນຊ້ຳອີກຢູ່ປະເທດ ເອີຣົບເໜືອນີ້. ທ່ານ Nasser Kanaani ໄດ້ກ່າວປະນາມການກະທຳທີ່ແຕະຕ້ອງເຖິງຄຳພີ Koran ຂອງຊາວ ມຸດສະລິມ ທີ່ສືບຕໍ່ເກີດຂຶ້ນຢູ່ນະຄອນ Malmo ຂອງ ຊູແອັດ ໃນວັນທີ 30 ກັນຍາ ຢ່າງແຮງ.
ກໍໃນວັນດຽວກັນ, ອາຣັບບິ ຊະອຸດິ ກໍໄດ້ກ່າວປະນາມການກະທຳຈູດເຜົາສຳເນົາຄຳພີ Koran ຢູ່ນະຄອນ Malmo ຫວ່າງມໍ່ໆມານີ້. ກະຊວງການຕ່າງປະເທດ ອາຣັບບິ ຊະອຸດິ ກໍ່ຮຽກຮ້ອງໃຫ້ອຳນາດການປົກຄອງ ຊູແອັດ ແກ້ໄຂຢ່າງທັນການ ແລະ ສະກັດກັ້ນຄວາມສ່ຽງມີການກະທຳທີ່ຄ້າຍຄືກັນເກີດຂຶ້ນອີກຕໍ່ໄປ.
ວັນທີ 30 ກັນຍາຜ່ານມາ, ມີຊາວເຊື້ອຊາດ ອີຣັກ ຄົນໜຶ່ງ ໄດ້ຈີກສຳເນົາຄຳພີ Koran ແລະ ຈູດເຜົາຢູ່ນະຄອນ Malmo ຂອງ ຊູແອັດ.