ອີຣານ ຮັບຮອງການເຈລະຈາກັບ ຕາລີບານ

(VOVWORLD) -ໂຄສົກກະຊວງການຕ່າງປະເທດ ອີຣານ, ທ່ານ Abbas Mousavi ໃນວັນທີ 17 ກັນຍາ ໄດ້ຮັບຮອງວ່າ ຄະນະປະຕິບັດງານຂອງ ຕາລີບານ ໄດ້ມີການພົບປະກັບເຈົ້າໜ້າທີ່ ອີຣານ ເພື່ອປຶກສາຫາລືກ່ຽວກັບບັນດາການຜັນແປຫຼ້າສຸດຢູ່ ອາບການິດສະຖານ.
ອີຣານ ຮັບຮອງການເຈລະຈາກັບ ຕາລີບານ - ảnh 1ໂຄສົກກະຊວງການຕ່າງປະເທດ ອີຣານ, ທ່ານ Abbas Mousavi (ພາບ: IRNA/ TTXVN)

  ເຖິງຢ່າງໃດກໍຕາມ, ທ່ານ Mousavi ກໍບໍ່ເຜີຍໃຫ້ຮູ້ຂໍ້ມູນລະອຽດຕື່ມອີກ. ການກະທໍາດັ່ງກ່າວ ຖືກດໍາເນີນພາຍຫຼັງການເຈລະຈາລະຫວ່າງ ອາເມລິກາ ແລະ ຕາລີບານຖືກລົ້ມລະລາຍ 01 ອາທິດ.

        ກ່ອນໜ້ານັ້ນໃນວັນດຽວກັນ, ໂຄສົກຂອງພວກກະບົດ ຕາລີບານ Suhail Shaheen ໃຫ້ຮູ້ວ່າ ຄະນະປະຕິບັດງານຂອງຂະບວນອິດສະລາມຫົວຮຸນແຮງນີ້ ໄດ້ໄປຮອດ ອີຣານ ໃນວັນທີ 16 ກັນຍາ ເພື່ອປຶກສາຫາລືກ່ຽວກັບບັນດາການຜັນແປຫວ່າງມໍ່ໆມານີ້ໃນວິວັດທະນານການສ້າງສັນຕິພາບຢູ່ ອາບການິດສະຖານ, ຄວາມຄືບໜ້າ ແລະ ຄວາມປອດໄພຂອງບັນດາໂຄງການເສດຖະກິດຂອງ ອີຣານ ຢູ່ ປະເທດ ອາຊີຕາເວັນຕົກສ່ຽງໃຕ້, ກໍຄືບັນດາຄວາມມານະພະຍາຍາມຂອງສາກົນ ແລະ ພາກພື້ນ ເພື່ອແນໃສ່ສ້າງສັນຕິພາບຢູ່ປະເທດທີ່ພວມຖືກສົງຄາມທໍາລາຍນີ້.


ຕອບກັບ

ຂ່າວ/ບົດ​ອື່ນ