ອີຣານ ແລະ ອີຣັກ ບັນລຸຂໍ້ຕົກລົງໃຫຍ່ກ່ຽວກັບການແລກປ່ຽນນ້ຳມັນດິບ

(VOVWORLD) - ບັນດາລົດຂົນສົ່ງນ້ຳມັນສະເພາະໄດ້ຂົນສົ່ງປະລິມານນ້ຳມັນດິບ Kirkuk 30.000 -  60.000 ຖັງ ໃນແຕ່ລະວັນເຖິງເຂດຊາຍແດນ Kermanshah

ອີຣານ ແລະ ອີຣັກ ບັນລຸຂໍ້ຕົກລົງໃຫຍ່ກ່ຽວກັບການແລກປ່ຽນນ້ຳມັນດິບ - ảnh 1ລະບົບທໍ່ສົ່ງນ້ຳມັນ

(ພາບປະກອບ)

ທ່ານ Jabar al – Luaibi, ລັດຖະມົນຕີກະຊວງນ້ຳມັນບໍ່ ໃຫ້ຮູ້ວ່າ: ປະເທດນີ້ໄດ້ເຫັນດີເປັນເອກະພາບແລກປ່ຽນນ້ຳມັນດິບ 60.000 ຖັງ/ວັນ ທີ່ໄດ້ຂຸດຄົ້ນຈາກບໍ່ນ້ຳມັນຢູ່ແຂວງ Kirkuk ເພື່ອແລກເອົານ້ຳມັນດິບຂອງ ອີຣານ. ໃນຖະແຫຼງການເມື່ອວັນທີ 9 ທັນວາ, ທ່ານລັດຖະມົນຕີ Luaibi ເນັ້ນໜັກວ່າ: ຂໍ້ຕົກລົງດັ່ງກ່າວ ທີ່ 2 ປະເທດລົງນາມຈະອະນຸຍາດໃຫ້ ອີຣານ ຂົນສົ່ງ ນ້ຳມັນດິບ ເຖິງບັນດາທ່າກ່ຳປັ່ນຢູ່ທາງທິດໃຕ້ຂອງ ອີຣານ ໃນເຂດ ອ່າວເປີເຊຍ. ແທນທີນັ້ນ, ເຕເຮຣານ ຈະໄດ້ຮັບນ້ຳມັນມີລັກສະນະຄ້າຍຄືກັນ ດ້ວຍປະລິມານເທົ່າກັນຈາກ Kirkuk. ບັນດາລົດຂົນສົ່ງນ້ຳມັນສະເພາະໄດ້ຂົນສົ່ງປະລິມານນ້ຳມັນດິບ Kirkuk 30.000 -  60.000 ຖັງ ໃນແຕ່ລະວັນເຖິງເຂດຊາຍແດນ Kermanshah, ສະຖານທີ່ເຊິ່ງ ອີຣານ ມີໂຮງຮຽນກັ່ນນ້ຳມັນແຫ່ງໜຶ່ງ. ເມື່ອຂໍ້ຕົກລົງດັ່ງກ່າວມີຜົນສັກສິດ, ໝາຍຄວາມວ່າ ອີຣານ ຈະເຊື່ອມຕໍ່ບັນດາການຄ້າຂາຍນ້ຳມັນດິບ Kirkuk ທີ່ເຄີຍຖືກຕັດຕອນ ເມື່ອບັນດາກຳລັງ ອີຣານ ຍາດໄດ້ສິດຄວຍຄຸມຫຼາຍເຂດດິນແດນຈາກບັນດາກຳລັງຊາວ Kurd ເມື່ອເດືອນຕຸລາ ຜ່ານມາຢ່າງເປັນທາງການ.

ຕອບກັບ

ຂ່າວ/ບົດ​ອື່ນ