ທ່ານ Mohammad Javad Zarif ແລະ ທ່ານ Markus Ederer
(ພາບ: IRNA)
(vovworld) - ວັນທີ 10/05 ທ່ານ Mohammad Javad Zarif ລັດຖະມົນຕີວ່າການກະຊວງການຕ່າງປະເທດ ອີຣານ ໄດ້ອອກສຽງຊົມເຊີຍທັດສະນະຂອງ ເຢຍລະມັນ ກ່ຽວກັບສະພາບຕົວຈິງປະຈຸບັນຢູ່ຕາເວັນອອກກາງ, ຖືວ່າ: Berlin ມີບົດບາດຫຼັກແຫຼ່ງໃນບັນດາເວທີປາໄສຢູ່ພາກພື້ນ ແລະ ສາກົນ. ກ່າວຄຳເຫັນທີ່ການຕ້ອນຮັບທ່ານ Markus Ederer ລັດຖະມົນຕີຮັບຜິດຊອບກະຊວງການຕ່າງປະເທດ ເຢຍລະມັນ ຢູ່ Tehran, ທ່ານລັດຖະມົນຕີການຕ່າງປະເທດ Zarif ຖືວ່າ: ກົງກັນມຂ້າມກັບບາງປະເທດ ເອີລົບ ແລະ ບັນດາປະເທດຝ່າຍທິດຕາເວັນຕົກ, ເຢຍລະມັນ ບໍ່ມີທັດສະນະຫຍໍ້ທໍ້ສຳລັບສະພາບຕົວຈິງປະຈຸບັນໃນພາກພື້ນ. ທ່ານ Zarif ກໍ່ເນັ້ນໜັກຄວາມສຳຄັນຂອງເລື່ອງ ວົງການເຈົ້າໜ້າທີ່ ອີຣານ ແລະ ເຢຍລະມັນ ດຳເນີນບັນດາການທາບທາມຄວາມເຫັນເປັນປະຈຳກ່ຽວກັບບັນດາບັນຫາການເມືອງ, ເສດຖະກິດ, ວັດທະນະທຳ ແລະ ສະພາແຫ່ງຊາດ, ກໍ່ຄືຍູ້ແຮງການພົວພັນ 2 ຝ່າຍກ່ຽວກັບການຄ້າ ແລະ ເສດຖະກິດ.