ອີຣານຖະແຫຼງໂຕ້ຕອບ ບໍ່ວ່າຂໍ້ຜິດພາດໃດຂອງ ອາເມລິກາ ຢູ່ເຂດອ່າວເປີເຊຍ
(VOVWORLD) -ວັນທີ 19 ເມສາ, ກຳລັງພິທັກຮັກສາປະຕິວັດອິດສະລາມ ອີຣານ(IRGC) ໄດ້ຖະແຫຼງວ່າ ຈະໂຕ້ຕອບ ບໍ່ວ່າຂໍ້ຜິດພາດໃດຂອງ ອາເມລິກາ ຢູ່ ເຂດອ່າວເປີເຊຍ.
ກ່ຳປັ່ນສະໜາມບິນ USS Harry S. Truman ຢູ່ທະເລ (ພາບ: AFP/TTXVN)
|
ຖະແຫຼງການໄດ້ລົງພິມໃນເວັບໄຊທາງການຂອງ IRGC ໃຫ້ຮູ້ວ່າກຳລັງກອງທັບເຮືອຂອງ IRGC ໄດ້ຮຽກຮ້ອງໃຫ້ກອງທັບອາເມລິກາປະຕິບັດຕາມບັນດາຂໍ້ກຳນົດສາກົນ ແລະ ການພົວພັນທາງທະເລຢູ່ເຂດ ອ່າວ ເປີເຊຍແລະ ອ່າວ ໂອມານ, ພ້ອມທັງຫຼີກລ້ຽງບັນດາການກະທຳ “ສ່ຽງໄພ” ແລະ ການຍົກອອກ ຖະແຫຼງການທີ່ບໍ່ມີມູນຄວາມຈິງ. ກຳລັງກອງທັບເຮືອ IRGC ເວົ້າສະເພາະ ແລະ ກຳລັງປະກອບອາວຸດ ອີີຣານເວົ້າລວມໄດ້ຖືບັນດາການກະທຳອັນຕະລາຍຂອງຕ່າງປະເທດໃນພາກພື້ນແມ່ນໄພນາບຂູ່ຕໍ່ຄວາມໝັ້ນຄົງແຫ່ງຊາດ, ພ້ອມທັງຖືວ່າ ທຸກການຄິດໄລ່ທີ່ຜິດພາດໃດໆ ກໍ່ຈະພົບປະການໂຕ້ຕອບຢ່າງຮຸນແຮງ.