ອີ​ຣານ​ຢັ້ງ​ຢືນ 90% ລູ​ກ​ສອນ​ໄຟ​ຍິງ​ຖືກ​ເປົ້າ​ໝາຍ​ຢູ່ ອິດ​ສະ​ລາ​ແອັນ

(VOVWORLD) - ກະຊວງການຕ່າງປະເທດ ອີຣານ ໄດ້ປະກາດເນັ້ນໜັກວ່າ ການບຸກໂຈມຕີພຽງແຕ່ເລັ່ງໃສ່ບັນດາຮາກຖານຄວາມໝັ້ນຄົງ ແລະ ການທະຫານຂອງ ອິດສະລາແອັນ, ບໍ່ເລັ່ງໃສ່ເຂດຊຸມຊົນ.
ອີ​ຣານ​ຢັ້ງ​ຢືນ 90% ລູ​ກ​ສອນ​ໄຟ​ຍິງ​ຖືກ​ເປົ້າ​ໝາຍ​ຢູ່ ອິດ​ສະ​ລາ​ແອັນ - ảnh 1ລູກສອນໄຟໂດຍຝ່າຍອີຣານຍິງໃສ່ອິດສະລາແອັນ (ພາບ: AFP)

ກຳລັງພິທັກປະຕິວັດ ອິດສະລາມ ອີຣານ (IRGC) ໄດ້ຢັ້ງຢືນວ່າການບຸກໂຈມຕີດ້ວຍລູກສອນໄຟຂອບຂະໜາດໃຫຍ່ເລັ່ງໃສ່ອິດສະລາແອັນ ໃນຕອນຄ່ຳວັນທີ 1 ຕຸລາໄດ້ປະສົບຜົນສຳເລັດຢ່າງດັງກ້ອງກັງວານ. ຕາມແຈ້ງການຂອງກຳລັງ IRGC ໄດ້ຢັ້ງຢືນປະມານ 90% ໃນຈຳນວນລູກສອນໄຟກ່ວາ 200 ລູກຍິງໃສ່ ອິດສະລາແອັນຖືກບັນດາເປົ້າໝາຍທີ່ໄດ້ກຳນົດ, ໃນນັ້ນມີ ຖານທີ່ໝັ້ນການທະຫານ 3 ແຫ່ງຢູ່ ໃກ້ Tel Aviv.

ກະຊວງການຕ່າງປະເທດ ອີຣານ ໄດ້ປະກາດເນັ້ນໜັກວ່າ ການບຸກໂຈມຕີພຽງແຕ່ເລັ່ງໃສ່ບັນດາຮາກຖານຄວາມໝັ້ນຄົງ ແລະ ການທະຫານຂອງ ອິດສະລາແອັນ, ບໍ່ເລັ່ງໃສ່ເຂດຊຸມຊົນ. ໃນບົດຂຽນທີ່ໄດ້ເອົາລົງໃນສື່ສັງຄົມອອນໄລ X, ທ່ານປະທານາທິບໍດີ ອີຣານ Masoud Pezeshkian ຢັ້ງຢືນວ່າການບຸກໂຈມຕີແມ່ນເພື່ອແນໃສ່ໂຕ້ຕອບ ການກະທຳເກາະຜິດຂອງ ອິດສະລາແອັນ ແລະ ບັນດາເຫດບຸກໂຈມຕີນີ້ ເໝາະສົມກັບສິດອັນຊອບທຳ ແລະ ເປົ້າໝາຍສ້າງສັນຕິພາບ, ຄວາມໝັ້ນຄົງຢູ່ອີຣານ ແລະ ທົ່ວພາກພື້ນ.

ປະຕິກິລິຍາຕໍ່ການກະທຳຂອງ ອີຣານ, ທ່ານ ນາຍົກລັດຖະມົນຕີ ອິດສະລາແອັນ Benjamin Netanyahu ໄດ້ປະກາດວ່າ ອິດສະລາແອັນ ຈະມີການບຸກໂຈມຕີໂຕ້ຕອບ. ຕາມທ່ານນາຍົກລັດຖະມົນຕີ ອິດສະລາແອັນແລ້ວ, ການບຸກໂຈມຕີຂອງອີຣານເລັ່ງໃສ່ປະເທດນີ້ຖືກປະຊາໄຊຢ່າງສິ້ນເຊິງ. ໂດຍກ່ຽວຂ້ອງເຖິງເຫດການນີ້, ໃນວັນດຽວກັນ ທ່ານ Jake Sullivan ທີ່ປຶກສາດ້ານຄວາມໝັ້ນຄົງ ແຫ່ງຊາດ ອາເມລິກາ  ກໍ່ຖືວ່າ ການບຸກໂຈມຕີ ດ້ວຍລູກສອນໄຟຂອງອີຣານ ເລັ່ງໃສ່ອິດສະລາແອັນ ໄດ້ປະລາໄຊ ແລະ ບໍ່ບັນລຸປະສິດທິຜົນ, ເຖິງຢ່າງໃດກໍຕາມນີ້ແມ່ນການກະທຳທີ່ເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນຫຼາຍພໍສົມຄວນ. ແລະກໍ່ໃນວັນດຽວກັນ, ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານນາງຮອງປະທານາທິບໍດີ Kamala Harris ກໍ່ໄດ້ຈັດກອງປະຊຸມກັບຖັນແຖວທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດທຳນຽບຂາວ ແລະ ຊີ້ນຳກອງທັບ ອາເມລິກາ ໜູນຊ່ວຍ ອິດສະລາແອັນ ປະຕິບັດການປ້ອງກັນຕໍ່ການບຸກໂຈມຕີຂອງອີຣານ.

ຕອບກັບ

ຂ່າວ/ບົດ​ອື່ນ