ອີຣານຢັ້ງຢືນການເສີມທາດຢູລານຽມລື່ນກາຍລະດັບ 4,5%

(VOVWORLD) -ຕອນເຊົ້າ 08 ກໍລະກົດ, ອີຣານ ໄດ້ມີລະດັບເສີມທາດ ຢູລານຽມ ລື່ນກາຍ 4,5%... ນີ້ແມ່ນລະດັບທີ່ສາມາດຕອບສະໜອງບັນດາຄຳຮຽກຮ້ອງເພື່ອເປັນວັດຖຸດິບໃຫ້ໂຮງງານໄຟຟ້າຂອງປະເທດຊາດ

ອີຣານຢັ້ງຢືນການເສີມທາດຢູລານຽມລື່ນກາຍລະດັບ 4,5% - ảnh 1 ໂຄສົກອົງການພະລັງງານປະລະມານູຂອງປະເທດນີ້ ທ່ານ Behrouz Kamalvandi

(ພາບ: IRNA/TTXVN)

ສຳນັກຂ່າວສານເຄິ່ງທາງການ ISNA ຂອງອີຣານ ໄດ້ຄັດຄຳເວົ້າຂອງໂຄສົກອົງການພະລັງງານປະລະມານູຂອງປະເທດນີ້ ທ່ານ Behrouz Kamalvandi, ຢັ້ງຢືນການເສີມທາດຢູລານຽມຂອງອີຣານ ໄດ້ລື່ນກາຍລະກັບ 4,5% ໃນວັນທີ 08 ກໍລະກົດ, ລື່ນກາຍຫຼາຍເມື່ອທຽບໃສ່ລະດັບທີ່ໃຫ້ອະນຸຍາດຕາມຂໍ້ຕົກລົງນິວເຄຼຍທີ່ໄດ້ລົງນາມເມື່ອປີ 2015 ກັບບັນດາປະເທດມະຫາອຳນາດ. ທ່ານ Kamalvandi ຖະແຫຼງວ່າ: "ຕອນເຊົ້າ 08 ກໍລະກົດ, ອີຣານ ໄດ້ມີລະດັບເສີມທາດ ຢູລານຽມ ລື່ນກາຍ 4,5%... ນີ້ແມ່ນລະດັບທີ່ສາມາດຕອບສະໜອງບັນດາຄຳຮຽກຮ້ອງເພື່ອເປັນວັດຖຸດິບໃຫ້ໂຮງງານໄຟຟ້າຂອງປະເທດຊາດ".

        ແລະກໍ່ໃນວັນດຽວກັນ, ສະຫະພາບເອີລົບ ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບແຜນການຂອງອີຣານ ມີລະດັບເສີມທາດ ຢູລານຽມ ລື່ຍກາຍຕາມຂໍ້ຕົກລົງນິວເຄຼຍປີ 2015, ພ້ອມທັງຮຽກຮ້ອງໃຫ້ເຕເຣຣານ ຍົກເລີກແຜນການດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ