ອີຣານຢາກຮ່ວມມືກັບຕວກກີແກ້ໄຂບັນຫາອີຣານ ແລະ ຊີຣີ
ທ່ານປະທານາທິບໍດີ ອີຣານ Hassan Rouhani (ເບື້ອງຂວາ) ແລະ ທ່ານ Mevlut Cavusoglu, ລັດຖະມົນຕີການຕ່າງປະເທດ ຕວກກີ
(ພາບ: EPA/TTXVN)
|
(vovworld) – ວັນທີ 26/11, ຮຽກຮ້ອງໃຫ້ມີການຮ່ວມມືໃຫຍ່ຫຼວງກ່ວາລະຫວ່າງປະເທດນີ້ ແລະ ຕວກກີ ເພື່ອແນໃສ່ຊ່ວຍສ້າງຄວາມສະຖຽນລະພາບຢູ່ ຊີຣີ ແລະ ອີຣານ. ກ່າວຄຳເຫັນທີ່ການພົບປະກັບ ພວມຢູ່ຢ້ຽມຢາມ ເຕເຮຣານ, ທ່ານ Rouhani ເນັ້ນໜັກວ່າ: “ວັນນີ້, ໃນຂະນະທີ່ພາກພື້ນພວມໃນໄລຍະສະດຸງໄວ, ເລື່ອງເພີ່ມທະວີການຮ່ວມມື ແລະ ການທາບທາມລະຫວ່າງ ເຕເຮຣານ ແລະ ອາກາຣາ ອາດຈະແກ້ໄຂບັນດາບັນຫາໃນພາກພື້ນ. ຖ້າຫາກບັນດາປະເທດມະຫາອຳນາດໃນພາກພື້ນ ກໍ່ພ້ອມກັນຮ່ວມມືນັ້ນ, ບັນດາບັນຫາຢູ່ ຊີຣີ ແລະ ອີຣັກ ຈະໄດ້ຮັບການແກ້ໄຂຊຶ່ງບໍ່ຕ້ອງການເຖິງບັນດາປະເທດມະຫາອຳນາດຢູ່ນອກພາກພື້ນ”. ສ່ວນທ່ານລັດຖະມົນຕີການຕ່າງປະເທດ Cavusoglu ຊົມເຊີຍບົດບາດ “ມີລັກສະນະສ້າງສັນ” ຂອງອີຣານ ໃນບັ້ນຮົບຕ້ານລັດທິກໍ່ການຮ້າຍ ແລະ ຄວາມມານະພະຍາຍາມເພື່ອສັນຕິພາບໂລກ. ທ່ານໃຫ້ຮູ້ວ່າ: “ເລື່ອງປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນ ແລະ ຮັກສາຄວາມສາມັກຄີແຫ່ງຊາດຢູ່ ອີີຣາກ ແລະ ຊີຣີ ແມ່ນເພື່ອຜົນປະໂຫຍດຂອງອີຣານ ແລະ ຕວກກີ”. ທ່ານກໍ່ຮຽກຮ້ອງເພີ່ມທະວີການພົວພັນ 2 ຝ່າຍຮອບດ້ານລະຫວ່າງ ອີຣານ ແລະ ຕວກກີ.